ວັນພະຫັດ ທີ 12 ທັນວາ 2019 07:48:29
ຄ່ານິຍົມທີ່ເປັນເງົາຕິດໂຕມາກັບບໍລິໂພກນິຍົມ ຄື: ປະໂຫຍກຮິດຕິດໃຈ ແລະ ຕິດປາກຂອງບາງຄົນວ່າ: ຕາຍແລ້ວບໍ່ໄດ້ກິນ ເວລາຍັງມີຊີວິດຈົ່ງຟ້າວຫຼິ້ນ ຟ້າວກິນ ເຊິ່ງຄຳເວົ້າດັ່ງກ່າວອາດແກ່ດຶງຈິດໃຈຂອງຄົນໃນສັງຄົມບໍ່ຄຳນຶງເຖິງຜົນເສຍຕາມມານັ້ນ ຄືສາເຫດໜຶ່ງຂອງການສູນເສຍລັກສະນະຊາດຂອງວັດທະນະທຳ ເພາະສຳລັບສັງຄົມລາວຍັງມີຄ່ານິຍົມບອກສອນໃຫ້ໃຊ້ຊີວິດຢ່າງລະມັດລະວັງ ເຊັ່ນ: ກິນມຳໆ ບໍ່ຄຳເບິ່ງທ້ອງ.
ຫາກວ່າຄ່ານິຍົມບາງອັນຕິດລົບ ຂາດລັກສະນະຊາດຂອງວັດທະນະທຳ ເຂົາຈຶ່ງປຽບ ຄື: ບຸກຄົນໜຶ່ງເຖິງຊີວິດຈະມີລົມຫາຍໃຈ ແຕ່ກໍໄຮ້ຄ່າ ຖ້າຫາກເມີນເສີຍ ຂາດຈິດສຳນຶກ ເຫັນຄຸນຄ່າໃນວັດທະນະທຳຂອງຕົນເອງ ຄ່ານິຍົມບາງອັນກ່ຽວກັບການໃຊ້ຊີວິດຂອງຄົນໃນສັງຄົມບໍ່ມີໃຜໄດ້ບອກສອນກັນ ແຕ່ເມື່ອມັນເກີດຄວາມນິຍົມຈາກຄົນກຸ່ມໜຶ່ງຕໍ່ໃສ່ຄົນກຸ່ມໃຫຍ່ ຄ່ານິຍົມດັ່ງກ່າວກໍຈະຖືກນຳມາໃຊ້ໃນຊີວິດໂດຍການຮຽນແບບທັນທີ ເພາະການຮຽນແບບມັນແມ່ນສັນຊາດຕະຍານໜຶ່ງຂອງມະນຸດ ຍົກຕົວຢ່າງຄຳເວົ້າໜຶ່ງບອກວ່າ: ການມີລົດໃຫຍ່ຂີ່ແມ່ນດີຫຼາຍ ເພາະເຮົາເດີນທາງໄດ້ມີເຫຼັກຫຸ້ມກະດູກໄວ້.
ຄຳເວົ້າບາງຄຳ ຫຼື ບາງປະໂຫຍກ ຖ້າຫາກຖືກນຳມາທວນຊ້ຳຕະຫຼອດເວລາໃນວົງເຫຼົ້າວົງເບຍກໍຈະເກີດຜົນທາງພຶດຕິກຳຮຽນແບບ ຍົກຕົວຢ່າງ ສັນຊາດຕະຍານເອົາໂຕລອດອັນໜຶ່ງຂອງຄົນໃນສັງຄົມທີ່ເກີດຂຶ້ນໃຜກະຮູ້ເຕັມເອິກ ນັ້ນຄືອຸບັດເຫດລົດໃຫຍ່ຕຳແລ້ວໜີ ນີ້ມັນສະແດງບອກວ່າຜູ້ກ່ຽວທັງຂາດຄວາມຮັບຜິດຊອບ ແລະ ເຫັນແກ່ໂຕ ໂດຍເອົາໂຕລອດໄວ້ກ່ອນ ຄ້າຍຄືວ່າໃຊ້ໄມ້ມວຍຕື້ນໆຄືຮູ້ຫຼົບເປັນປີກ ຮູ້ຫຼີກເປັນຫາງ ເຊິ່ງທ່າອ່ຽງຕິດລົບຂ້າງເທິງນັ້ນມັນກໍຈະສົ່ງຜົນລົບຕໍ່ສັງຄົມໃນວົງກວ້າງ ຖ້າວ່າບໍ່ມີການສັງສັນຟື້ນຟູຄ່ານິຍົມທີ່ເປັນເອກະລັກຊາດຂຶ້ນມາໃຫ້ຄົນໃນສັງຄົມມີຈຸດຢືນເປັນມາດຕະຖານ.
ຂ່າວດັງ ແລະ ຂ່າວດີ ສັງຄົມຕອບຮັບ ຄື: ໄດ້ເຫັນດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ເລກທີ 184/ລບ ເຊິ່ງປະຊາຊົນສາມາດຢຶດໜ່ຽວເປັນຫຼັກຖານກວດກາ ຫຼື ເປັນຫູເປັນຕາເຍືອງໃສ່ພຶດຕິກຳຂອງພະນັກງານໄດ້ຢ່າງຊັດເຈນ ແຕ່ໃນເບື້ອງທ່າອ່ຽງທີ່ຕິດລົບ ທີ່ຄົນໃນສັງຄົມບາງພວກບາງກຸ່ມຟ້າວຫຼິ້ນກິນຟູມເຟືອຍ ບໍ່ສົນກັບວັດທະນະ ທຳ-ບໍ່ເຄົາລົບຮີດຄອງ ເບິ່ງຄືວ່າໄຮ້ຈິດສຳນຶກພໍສົມຄວນ.
ດັ້ນກີບເມກ