ວັນເສົາ ທີ 14 ທັນວາ 2019 19:56:07
ອົງການຄຸ້ມຄອງຮ່ວງອາກາດ ແລະ ມະຫາສະໝຸດແຫ່ງຊາດ ສ ອາເມຣິກາ (NOAA) ແຈ້ງໃຫ້ຮູ້ເມື່ອວັນທີ 15 ສິງຫາທີ່ຜ່ານມາວ່າ ລະດັບອຸ່ນຫະພູມທີ່ແທກໄດ້ໃນເດືອນກໍລະກົດ ປີ 2019 ໄດ້ຮັບການຢັ້ງຢືນວ່າ ເປັນເດືອນທີ່ຮ້ອນທີ່ສຸດໃນທົ່ວໂລກ ໂດຍຜ່ານນັ້ນກໍເປັນການຢັ້ງຢືນຜົນຂອງການຕິດຕາມມາກ່ອນໜ້ານັ້ນຂອງສະຫະພາບເອີຣົບ (EU).
NOAA ໃຫ້ຮູ້ວ່າ ໃນເດືອນກໍລະກົດປີນີ້ ສ່ວນໃຫຍ່ຂອງໜ່ວຍໂລກ ໄດ້ຜ່ານຜ່າສະພາບອາກາດຮ້ອນອົບເອົ້າຢ່າງບໍ່ເຄີຍເຫັນມາກ່ອນ ໃນເມື່ອວ່າອຸ່ນຫະພູມເພີ່ມຂຶ້ນສູ່ລະດັບສູງໃໝ່ ໃນເດືອນທີ່ຮ້ອນທີ່ສຸດເທົ່າທີ່ໄດ້ຮັບການຢັ້ງຢືນມາ. ອຸ່ນຫະພູມໂດຍສະເລ່ຍໃນເດືອນກໍລະກົດ ສູງກວ່າ 0,95 ອົງສາ C ເມື່ອທຽບໃສ່ລະດັບສະເລ່ຍຂອງສະຕະວັດທີ 20 ຄືຢູ່ທີ່ 15,8 ອົງສາ C ເຮັດໃຫ້ມັນກາຍເປັນເດືອນກໍລະກົດທີ່ຮ້ອນທີ່ສຸດ ນັບແຕ່ປີ 1880 ເປັນຕົ້ນມາ.
ກ່ອນໜ້ານີ້ ພວກນັກວິທະຍາສາດຢັ້ງຢືນວ່າ ເດືອນທີ່ຮ້ອນທີ່ສຸດແມ່ນເດືອນກໍລະກົດ ປີ 2016. NOAA ເຫັນວ່າ 9/10 ຂອງເດືອນກໍລະກົດທີ່ຮ້ອນທີ່ສຸດ ເກີດຂຶ້ນນັບແຕ່ປີ 2005 ເປັນຕົ້ນມາ ໃນນັ້ນ ຮ້ອນທີ່ສຸດແມ່ນຫ້າປີມໍ່ໆມານີ້.