ວັນເສົາ ທີ 14 ທັນວາ 2019 19:52:42
ຕົວເລກສະຖິຕິໃໝ່ຫຼ້າສຸດຂອງກະຊວງການເງິນ ສ ອາເມຣິກາ ຊີ້ໃຫ້ເຫັນວ່າ ປະລິມານພັນທະບັດຂອງຄັງເງິນ ສ ອາເມຣິກາ ຊຶ່ງຍີ່ປຸ່ນຄອບຄອງ ໄດ້ເພີ່ມຂຶ້ນຈາກ 1.101 ຕື້ໂດລາສະຫະລັດ ໃນເດືອນພຶດສະພາ ປີ 2019 ເປັນ 1.122 ຕື້ໂດລາສະຫະລັດ ໃນເດືອນມິຖຸນາ ປີ 2019 ຊຶ່ງເປັນລະດັບສູງສຸດ ນັບແຕ່ເດືອນຕຸລາ ປີ 2016 ເປັນຕົ້ນມາ.
ຈາກຕົວເລກດັ່ງກ່າວ ເຮັດໃຫ້ຍີ່ປຸ່ນ ລ້ຳໜ້າຈີນ ກາຍເປັນປະເທດຜູ້ຖືຄອງພັນທະບັດຂອງຄັງເງິນ ສ ອາເມຣິກາ ຫຼາຍທີ່ສຸດ. ເຖິງວ່າປະລິມານພັນທະບັດຂອງຄັງເງິນ ສ ອາເມຣິກາ ທີ່ຈີນຄອບຄອງໄດ້ເພີ່ມຂຶ້ຈາກ 1.110 ຕື້ໂດລາສະຫະລັດ ໃນເດືອນພຶດສພາ ປີ 2019 ເປັນ 1.112 ຕື້ໂດລາສະຫະລັດ ໃນເດືອນມິຖຸນາ ປີ 2019 ກໍຕາມ ແຕ່ກໍຍັງຕ່ຳກວ່າເມື່ອທຽບໃສ່ປະລິມານທີ່ຍີ່ປຸ່ນຄອບຄອງ.
ນີ້ບໍ່ເປັນເທື່ອທຳອິດທີ່ຍີ່ປຸ່ນລ້ຳໜ້າ ຈີນ ເພື່ອກາຍເປັນປະເທດຜູ້ຖືຄອງພັນທະບັດຂອງຄັງເງິນ ສ ອາເມຣິກາ ລາຍໃຫຍ່ສຸດ. ກ່ອນໜ້ານັ້ນ ຍີ່ປຸ່ນກໍເຄີຍລ້ຳໜ້າຈີນ ໃນໄລຍະແຕ່ເດືອນມັງກອນ ຫາເດືອນພຶດສະພາ ປີ 2017.