ວັນສຸກ ທີ 6 ທັນວາ 2019 00:14:07
ທ້າວ ກັນຍາເພັດ ພັນດານຸວົງ ຍາດໄດ້ລາງວັນຄູເຝິກຊາຍດີເດັ່ນ ແລະ ລາງວັນ 1 ຫຼຽນຄຳ ໃນຮຸ່ນນ້ຳໜັກບໍ່ເກີນ 73 ກິໂລ ປະເພດປະຊາຊົນຊາຍທົ່ວໄປ ໃນການແຂ່ງຂັນກີລາຢູໂດ ເຍົາວະຊົນ ຊີງແຊັມແຂວງສະໝຸດສາຄອນ ແລະ ການແຂ່ງຂັນຢູໂດ ປະຊາຊົນຊີງແຊັມແຂວງສະໝຸດສາຄອນ ປະຈຳປີ 2019 ຢູ່ປະເທດໄທ ນອກຈາກນີ້ຍັງນຳພາທີມມະຫາວິທະຍາໄລບູລະພາ ຄວ້າ 3 ຫຼຽນຄຳ 2 ຫຼຽນເງິນ 1 ຫຼຽນທອງ ໃນການແຂ່ງຂັນດັ່ງກ່າວ.
ວັນທີ 16-18 ສິງຫາ 2019 ທ້າວ ກັນຍາເພັດ ພັນດານຸວົງ ນັກສຶກສາລາວ ທີ່ໄປສຶກສາຕໍ່ລະ ດັບປະລິນຍາໂທ ຢູ່ມະຫາວິທະຍາໄລບູລະພາ ຄູເຝິກສອນກີລາຢູໂດໂຮງຮຽນພອນສະຫວັນກີລາ-ກາຍະກຳ ອະດີດນັກກີລາຢູໂດທີມຊາດລາວ ຮັບໜ້າທີ່ເປັນຄູເຝິກທັບນັກກີລາຢູໂດມະຫາວິທະຍາໄລບູ ລະພາ ເຂົ້າຮ່ວມການແຂ່ງຂັນກີລາຢູໂດເຍົາວະຊົນຊີງແຊັມແຂວງສະໝຸດສາຄອນ ແລະ ການແຂ່ງ ຂັນຢູໂດ ປະຊາຊົນຊີງແຊັມແຂວງສະໝຸດສາຄອນ ປະຈຳປີ 2019 ໂດຍມີນັກກີລາເຂົ້າຮ່ວມ 540 ຄົນ ຈາກ 47 ພາກສ່ວນ.
ການແຂ່ງຂັນຄັ້ງນີ້ ທ້າວ ກັນຍາເພັດ ພັນດານຸວົງ ຍັງໄດ້ຮັບໂອກາດຈາກມະຫາວິທະຍາໄລບູ ລະພາ ລົງແຂ່ງຂັນຮຸ່ນນ້ຳໜັກບໍ່ເກີນ 73 ກິໂລ ປະເພດປະຊາຊົນຊາຍທົ່ວໄປ ພ້ອມກັບນັກກີລາອີກ 6 ຄົນ ຍິງ 3 ຄົນ ຜ່ານການແຂ່ງຂັນ ກັນຍາເພັດ ສາມາດທະລຸເຂົ້າຮອບຊີງຫຼຽນຄຳໄດ້ ພ້ອມນີ້ຍັງໄດ້ນຳພານັກກີລາມະຫາວິທະຍາໄລບູລະພາ ຄວ້າຫຼຽນຄຳໄດ້ອີກ 3 ຫຼຽນຄຳ 2 ຫຼຽນເງິນ 1 ຫຼຽນທອງ ເຮັດໃຫ້ ກັນຍາເພັດ ພັນດານຸວົງ ໄດ້ຮັບລາງວັນຄູເຝິກຊາຍດີເດັ່ນ ມາອີກ 1 ລາງວັນ.