ວັນຈັນ ທີ 16 ທັນວາ 2019 01:03:19
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ຖະແຫຼງຂ່າວ ວັນທີ 10 ກັນຍາ 2019 ວ່າ: ຕໍ່ກັບຜົນກະທົບໄພພິບັດນ້ຳຖ້ວມຢູ່ແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ເຊກອງ ແລະ ແຂວງອັດຕະປື ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 47 ເມືອງ 1.643 ບ້ານ 150.415 ຄອບຄົວ 458.017 ຄົນ ເສຍຊີວິດ 13 ຄົນ (ສະຫວັນນະເຂດ 3 ຄົນ ສາລະວັນ 2 ຄົນ ອັດຕະປື 4 ຄົນ ແລະ ຈຳປາສັກ 4 ຄົນ) ສູນຫາຍ 1 ຄົນ ຢູ່ແຂວງຈຳປາສັກ ປະຊາຊົນຍົກຍ້າຍ 14.328 ຄອບຄົວ 102.416 ຄົນ ສົ່ງຜົນກະທົບ ແລະ ເສຍຫາຍຕໍ່ຂະແໜງການສັງຄົມ ເສດຖະກິດ ສິ່ງແວດລ້ອມ ແລະ ໂຄງລ່າງພື້ນຖານທີ່ສຳຄັນ ເປັນຕົ້ນ ທີ່ຢູ່ອາໄສ ແລະ ເຮືອນຊານປະຊາຊົນ ເສັ້ນທາງ ຂົວຂ້າມ ຫ້ອງການຂອງລັດ ໂຮງຮຽນ ໂຮງໝໍ ສຸກສາລາ ແຫຼ່ງນ້ຳກິນ ນ້ຳໃຊ້ ພື້ນທີ່ການຜະລິດ ສັດລ້ຽງ ຊົນລະປະທານ ແລະ ອື່ນໆ.
ສຳລັບຄວາມຕ້ອງການຮີບດ່ວນ ແມ່ນເຕັ້ນພັກຊົ່ວຄາວ ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ອາຫານ ນ້ຳດື່ມ ເຄື່ອງໃຊ້ຄົວເຮືອນ ເຄື່ອງນອນ ເຮືອ ພ້ອມຄົນຂັບ ງົບປະມານຮັບໃຊ້ ແລະ ອື່ນໆຕໍ່ກັບສະພາບຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຂຶ້ນ ຈາກເຫດການໄພນ້ຳຖ້ວມຄັ້ງນີ້ອຳນາດການປົກຄອງ ແລະ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນທ້ອງຖິ່ນ ໄດ້ປະຕິບັດໃຫ້ການຊ່ວຍເຫຼືອສຸກເສີນທັນທີ ໂດຍໄດ້ນຳໃຊ້ກຳລັງແຮງຂອງພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນພາຍໃນບ້ານ ຍົກຍ້າຍທັງຄົນ ແລະ ຊັບສິນໄປບ່ອນທີ່ປອດໄພ ຈັດສັນສະຖານທີ່ພັກເຊົາຊົ່ວຄາວ ແລະ ສະໜອງບັນເທົາທຸກສຸກເສີນຂັ້ນພື້ນຖານ ດ້ານເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ.
ສະເພາະການປະຕິບັດໃຫ້ການຊ່ວຍເຫຼືອຂອງຄະນະກຳມະການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ກະຊວງ ຮສສ ໃນນາມປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໂດຍໄດ້ຮັບການມອບໝາຍຈາກຂັ້ນເທິງ ໄດ້ປະສານງານຢ່າງໃກ້ຊິດກັບບັນດາແຂວງທີ່ຖືກກະທົບຈາກໄພພິບັດ ພ້ອມທັງໄດ້ປະຕິບັດໃຫ້ການຊ່ວຍເຫຼືອບັນເທົາທຸກສຸກເສີນ ເປັນຕົ້ນໄດ້ສົມທົບກັບກອງທັບນຳໃຊ້ລົດ ແລະ ຍົນ ເພື່ອຈັດສົ່ງພາຫະນະ ອຸປະກອນ ແລະ ເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນໄປຊ່ວຍເຫຼືອປະຊາຊົນທີ່ຖືກກະທົບເຊັ່ນ: ເຮືອກູ້ໄພ 39 ລຳ ເພື່ອນຳໃຊ້ເຂົ້າໃນການກູ້ໄພ ແລະ ຍົກຍ້າຍປະຊາຊົນ ພ້ອມທັງຊັບສິນຂອງເຂົາເຈົ້າ ເຕັ້ນນອນຄອບຄົວ 120 ຊຸດ ນ້ຳດື່ມ 3 ພັນແພັກ ເຄື່ອງໃຊ້ຄົວເຮືອນ 300 ກວ່າຊຸດ ໄດ້ນຳໃຊ້ເງິນທີ່ລັດຖະບານຈັດສັນໃຫ້ 5 ຕື້ກີບ ນຳໄປຊ່ວຍເຫຼືອ ແລະ ມອບໃຫ້ບັນດາແຂວງ ລວມທັງໄດ້ມອບເງິນໃນບ້ວງກອງທຶນແຮນ້ຳມັນສຸກເສີນໃຫ້ແຂວງລະ 50 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການບໍລິຫານ ຂົນສົ່ງ ເຄື່ອງຊ່ວຍເຫຼືອບັນເທົາທຸກໄປໃຫ້ຜູ້ປະສົບໄພພິບັດ.
ພ້ອມກັນນີ້ໂດຍໄດ້ຮັບການມອບໝາຍຈາກລັດຖະບານ ກະຊວງ ຮສສ ໄດ້ອອກແຈ້ງການລະດົມບໍລິຈາກນຳສັງຄົມຜ່ານສື່ມວນຊົນໄດ້ ເລີ່ມປະຕິບັດວັນທີ 7 ກັນຍາ 2019 ເປັນຕົ້ນມາ ປັດຈຸບັນໄດ້ມີຫຼາຍພາກສ່ວນທີ່ເຂົ້າມາໃຫ້ການຊ່ວຍເຫຼືອ ທັງເປັນເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ແລະ ໄດ້ຂົນສົ່ງເຄື່ອງອຸປະໂພກ-ບໍລິໂພກທີ່ໄດ້ຮັບບໍລິຈາກ ເປັນຕົ້ນ ເຂົ້າກິນ ນ້ຳດື່ມ ເຄື່ອງນຸ່ງຫົ່ມ ເຄື່ອງນອນ ເຄື່ອງໃຊ້ຄົວເຮືອນ ແລະ ອື່ນໆ ມູນຄ່າ 1 ຕື້ກີບ ນຳໄປຊ່ວຍເຫຼືອຜູ້ປະສົບໄພພິບັດແລ້ວ ແລະ ວັນທີ 11 ກັນຍາ 2019 ໂດຍການປະສານສົມທົບຂອງ ກະຊວງ ຮສສ ຈະມີເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນຈາກສູນປະສານງານຊ່ວຍເຫຼືອດ້ານມະນຸດສະທຳອາຊຽນ ຫຼື ສູນ ອາຮາ ຈະຂົນສົ່ງເຄື່ອງມາດ້ວຍຍົນລົງສະໜາມບິນສາກົນປາກເຊ ເພື່ອໄປຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ບັນດາແຂວງທີ່ຖືກກະທົບນ້ຳຖ້ວມ.
ປັດຈຸບັນ ຍັງມີເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງຢູ່ສາງກະຊວງ ຮສສ ແລະ ກຳລັງປະສານກັບກອງທັບ ເພື່ອນຳສົ່ງໄປຊ່ວຍເຫຼືອຜູ້ປະສົບໄພພິບັດ ເປັນຕົ້ນເຄື່ອງໃຊ້ຄົວເຮືອນ ເຄື່ອງນຸ່ງຫົ່ມ ເຄື່ອງນອນ ເຄື່ອງໃຊ້ ສ່ວນຕົວ ເຕັ້ນນອນຄອບຄົວ ແລະ ອື່ນໆ ນອກນີ້ກະຊວງ ຮສສ ຍັງໄດ້ຈັດຕັ້ງສູນປະສານງານສຸກເສີນຂຶ້ນຢູ່ກົມສັງຄົມສົງເຄາະກະຊວງ ຮສສ ພ້ອມທັງໄດ້ອອກແຈ້ງການເຖິງບັນດາແຂວງ ເພື່ອຈັດຕັ້ງສູນປະສານງານຊ່ວຍເຫຼືອສຸກເສີນຢູ່ຂັ້ນແຂວງ ແລະ ເມືອງ ເພື່ອປະຕິບັດໃຫ້ການຊ່ວຍເຫຼືອສຸກເສີນ ທັງນີ້ເພື່ອຮັບປະກັນໃຫ້ໄດ້ທາງດ້ານປະສິດທິຜົນໃນການປະສານງານ ລວມສູນການຊ່ວຍເຫຼືອທັງໄລຍະສຸກເສີນ ແລະ ຟື້ນຟູຄືນຫຼັງໄພພິບັດ.