ວັນພະຫັດ ທີ 12 ທັນວາ 2019 07:39:24
ສຸກກ່ອນເຫີ່ມ ຫຼື ຫົວລ້ານລື່ນຄູ ຄົນບູຮານສອນວ່າບໍ່ດີ ຖ້າທຽບໃສ່ໝາກໄມ້ ໃຜກະວ່າບໍ່ແຊບ ຖ້າວ່າສຸກກ່ອນເຫີ່ມ ຖ້າທຽບໃສ່ຄົນ ຖ້າວ່າຫົວລ້ານລື່ນຄູ ຄົງຊິບໍ່ມີໃຜມັກ ເພາະອັນໃດເພິ່ນກະອວດຮູ້ອວດເຫັນໝົດສູ່ແນວ ບາງຄົນຈົນບໍ່ມີໃຜຢາກຄົບ ອາການສຸກກ່ອນເຫີ່ມໃນສັງຄົມປັດຈຸບັນນີ້ປາກົດມີນຳຄົນປະເພດອວດສະຫຼາດສ້າງພາບພົດ ຍົກຕົວຢ່າງ: ເປັນເດັກ ນ້ອຍມື້ວານຊືນກໍທ່ຽວສອນຄົນອື່ນ.
ສຸກກ່ອນເຫີ່ມຍັງປາກົດໃນພວກຢາກດັງທາງລັດ ຈົນຫຼົງຕົນເອງ ເຖິງແມ່ນວ່າຕົນເອງຍັງຢູ່ຫ້ອງເຊົ່າເຂົ້າຊື້ກໍສ້າງເຟດ ຫຼື ເພດ (Pape)... ຂຶ້ນມາສອນວິທີລວຍຮ້ອຍລ້ານ ແລ້ວໃຜເດຊິເຊື່ອ ເພາະຜູ້ສອນຍັງກິນໝີ່ໄວໄວກັບປາກະປ່ອງຢູ່ ເຊິ່ງບໍ່ຕ່າງຫຍັງກັບຄົນຫົວລ້ານທ່ຽວບອກຢາປູກຜົມ ຫຼື ແມ່ຮ້າງບອກຢາສະເໜ່ ຈິງຢູ່ວ່າ: “ໂລກອອນລາຍ” ໃຜກະມີອິດສະຫຼະສະແດງໄດ້ ແຕ່ການສະແດງອັນໃດອອກກໍຕາມ ຖ້າຕົນເອງຍັງບໍ່ສາມາດສຳເລັດໄດ້ ຫຼື ເຮັດໄດ້ຈະຫວັງໃຫ້ຄົນອື່ນເຊື່ອນັ້ນຍາກ
ຫາກເວົ້າເຖິງການສະແດງຄວາມຮູ້ ພະພຸດທະເຈົ້າເຄີຍຫ້າມພະສົງບໍ່ໃຫ້ທ່ຽວອວດສະແດງຄຸນບໍ່ມີໃນຕົນ ເຊັ່ນ: ບໍ່ຮູ້ກໍອວດວ່າຮູ້ ບໍ່ມີລິດກໍອວດວ່າມີ ສິນຂໍ້ນີ້ຮ້າຍແຮງເຖິງຂັ້ນປັບລົງໂທດຂາດຈາກຄວາມເປັນພະ ນີ້ຄືບົດຮຽນທີ່ສອນເຮົາໃຫ້ຮູ້ວ່າ ການອວດອົ່ງທະນົງຕົນນັ້ນມີແຕ່ທາງເສຍ ບໍ່ມີທາງໄດ້ ບາງຄົນຫຼົງເຮັດໄປຍ້ອນບໍ່ຮູ້ເທົ່າເຖິງການ ແຕ່ຄົນອື່ນເຕືອນກະບໍ່ຍອມຟັງ ເຊິ່ງບໍ່ຕ່າງກັບອື່ງທີ່ເບັ່ງລົມໂຕປຸ້ງຂຶ້ນ ແລ້ວກໍຮ້ອງສຽງດັງ...
ອາການສຸກກ່ອນເຫີ່ມນັ້ນ ໃຜມີລູກຫຼານກໍຄວນບອກສອນ ເພາະມັນເປັນທາງເຮັດໃຫ້ຄົນຫຼົງໂຕເອງ ແລະ ກົງກັນຂ້າມກັບປັດຊະຍາລາວບູຮານສອນໄວ້ວ່າ: ຍິ່ງແກ່ຍິ່ງກົ້ມຄືເຂົ້າໃນນາ ບາງຄົນຫຼົງໂຕເອງຄິດວ່າມີຄວາມຮູ້ເຕັມກະຕ່າ ແລ້ວບາດຂຶ້ນເວທີຄົນເກ່ງແທ້ເຂົາຜັດເຕັມກະບຸງ ຫຼື ບາງຄົນຫຼົງຕົນເອງຄິດວ່າຕົນມີຄວາມຮູ້ເຕັມກະບຸງ ແຕ່ຄົນອື່ນເຂົາຜັດເຕັມກະເຊີ ບາງຄົນຫຼິ້ນເຟດ ຫຼື ເພດ ເພື່ອຫວັງສ້າງພາບຢາກດັງ ໄດ້ຮັບຍອດກົດໄລຫຼວງຫຼາຍ ແຕ່ໃນຊີວິດຈິງບໍ່ມີເພື່ອນລົມນຳ ເຮັດໃຫ້ຮູ້ສຶກເຫງົາຫງອຍ ໂດດດ່ຽວ ຕ່າງກັບອີກບາງຄົນທີ່ໃຊ້ຊີວິດບໍ່ເຫີ່ຫຼົງໂລກ ແຕ່ຊີວິດຈິງມີຄວາມສຸກຫຼາຍລົ້ນ !.
ໂດຍ: ດັ້ນກີບເມກ