ວັນສຸກ ທີ 6 ທັນວາ 2019 17:26:03
ເມື່ອວັນທີ 14 ກັນຍາທີ່ຜ່ານມາ ປະຊາຊົນດານມາກ ໄດ້ປະກອບເງິນໄດ້ປະມານ 2,4 ລ້ານເອີໂຣ (ເທົ່າກັບປະມານ 2,6 ລ້ານໂດລາສະຫະລັດ) ໃຫ້ແກ່ໂຄງການປູກຕົ້ນໄມ້ສີຂຽວ ໂດຍຜ່ານລາຍການໂທລະພາບ ເພື່ອສ້າງກອງທຶນເປັນເທື່ອທຳອິດໃນໂລກ ໃຫ້ແກ່ການຕ້ານກັບສະພາບດິນຟ້າອາກາດປ່ຽນແປງ.
ຕາມນັ້ນແລ້ວ ການປະກອບສ່ວນເງິນ 20 ໂກຣເນີດານມາກ (ເທົ່າກັບປະມານ 3 ໂດລາສະຫະລັດ ຫຼື 2,7 ເອີໂຣ) ໃດ ແມ່ນຈະປູກຕົ້ນໄມ້ຂຶ້ນມາໄດ້ 1 ຕົ້ນ ແລະ 20% ຂອງຈຳນວນເງິນທີ່ລະດົມມາໄດ້ ແມ່ນຈະຈັດສັນໃຫ້ແກ່ຄວາມພະຍາຍາມໃນການອະນຸລັກປ່າໄມ້ຢູ່ໃນດານມາກ ແລະ ຢູ່ຕ່າງປະເທດ.
ເປົ້າໝາຍຂອງລາຍການທີ່ອອກອາກາດຜ່ານໂທລະພາບຊ່ອງ TV2 ນັ້ນ ກໍແມ່ນການລະດົມເງິນ 20 ລ້ານໂກຣເນີ (ເທົ່າກັບປະມານ 3 ລ້ານໂດລາສະຫະລັດ) ເພື່ອປູກຕົ້ນໄມ້ສີຂຽວ 1 ລ້ານຕົ້ນ ຢູ່ໃນດານມາກ.
ການສຳຫຼວດຂອງຄະນະກຳມະການເອີຣົບ (EC) ທີ່ໄດ້ເປີດເຜີຍເມື່ອບໍ່ດົນມານີ້ ຊີ້ໃຫ້ເຫັນວ່າ ປະຊາຊົນດານມາກ 83% ຖືວ່າການປ່ຽນແປງສະພາບດິນຟ້າອາກາດ ເປັນບັນຫາທີ່ “ຮ້າຍແຮງເປັນຢ່າງຍິ່ງ.”
ຄາດວ່າຕົ້ນໄມ້ສີຂຽວຈຳນວນຫຼາຍ ຈະໄດ້ປູກໃນລະຫວ່າງປະມານແຕ່ທ້າຍເດືອນຕຸລາ ຫາທ້າຍເດືອນພະຈິກໜ້ານີ້ ຢູ່ໃນເຂດຕ່າງໆທີ່ຂຶ້ນກັບສະພາຂອງນະຄອນ ລັດຖະບານ ແລະ ສະຖານທີ່ອື່ນໆ ຢູ່ໃນດານມາກ.