ວັນສຸກ ທີ 6 ທັນວາ 2019 17:26:57
ວັນທີ 4 ຕຸລາ 2019 ທີ່ສຳ ນັກງານໃຫຍ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດພິທີເຊັນບົດບັນ ທຶກຄວາມເຂົ້າໃຈກ່ຽວກັບການຮ່ວນມືໃນການພັດທະນາລະບົບການຊຳລະຄ່າສາກລົດໄຟຟ້າຜ່ານລະບົບບັດຂອງ ທຄຕລ ລະ ຫວ່າງ ທຄຕລ ແລະ ບໍລິສັດ ອີວີລາວ ຈຳກັດ ຮ່ວມລົງນາມລະ ຫວ່າງທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ແລະ ທ່ານ ບຸນເລີດ ຫຼວງປະ ເສີດ ຜູ້ອຳນວຍການບໍລິສັດ ອີ ວີລາວ ຈຳກັດ ມີຕາງໜ້າພາກ ສ່ວນກ່ຽວຂ້ອງ ຄະນະຜູ້ບໍລິຫານ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ການບໍລິການຊຳລະຄ່າສາທາລະນຸປະໂພກຜ່ານລະບົບທະ ນາຄານ (Bill Payment) ຂອງ ທຄຕລ ໄດ້ເລີ່ມໃຫ້ບໍລິການທຳອິດປີ 2009 ແລະ ເປັນບໍລິການທີ່ໄດ້ມີການຊົມໃຊ້ຫຼາຍ ປັດຈຸບັນ ທຄຕລ ໄດ້ໃຫ້ບໍລິການຊຳລະຄ່າສາທາລະນຸປະໂພກຮ່ວມກັບ 53 ພາກສ່ວນ ໃນນັ້ນ ປະກອບມີ: ການຊຳລະຄ່າໄຟຟ້າ ຄ່ານ້ຳ ປະປາ ຄ່າໂທລະສັບ ຄ່າພາສີ-ອາກອນ ຄ່າເຊົ່າສາຍເຄເບິນ ຄ່າບັດນ້ຳມັນເຊື້ອໄຟ ຄ່າບັດຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ຊຳລະຄ່າງວດເຊົ່າສິນເຊື່ອ ເຊິ່ງການບໍລິການ Bill Payment ທຄຕລ ໄດ້ພັດ ທະນາໃຫ້ສາມາດຊຳລະຜ່ານຫຼາຍຊ່ອງທາງ ຄື: ຜ່ານ ATM BCEL One i-Bank ແລະ ຜ່ານປ່ອງບໍລິການ ທຄຕລ ກວມເອົາຕົວເລກຜູ້ນຳໃຊ້ລະບົບຊຳລະແບບເອເລັກໂຕຣນິກຫຼາຍທີ່ສຸດໃນລະບົບທະນາຄານພາຍໃນປະເທດ ເຊິ່ງ ທຄຕລ
ເຊື່ອໝັ້ນວ່າຖ້າຂະຫຍາຍການຊຳລະແບບເອເລັກໂຕຣນິກນີ້ອອກໄປໃຫ້ກວ້າງຂວາງເທົ່າໃດ ກໍຈະເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ລູກຄ້າຂອງທະນາຄານໃນການທີ່ຊົມໃຊ້ການບໍລິການຂອງຫຼາກຫຼາຍຜູ້ປະກອບການຂຶ້ນເທົ່ານັ້ນ.
ທຄຕລ ແລະ ບໍລິສັດ ອີວີລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນການພັດທະນາລະບົບການຊຳລະຄ່າສາກລົດໄຟຟ້າຜ່ານລະບົບບັດຂອງ ທຄຕລ ເຊິ່ງຈະໄດ້ມີການເຊື່ອມຕໍ່ລະບົບຜະລິດຕະພັນບັດ Smart Card ຂອງ ທຄຕລ ເຂົ້າ ກັບເຄື່ອງສາກໄຟ EV Box ຂອງ ບໍລິສັດ ອີວີລາວ ເພື່ອຈະໄດ້ທຳການທົດລອງການຊຳລະສະສາງຄ່າສາກໄຟໃຫ້ແກ່ລົດໄຟຟ້າ ເຊິ່ງທາງບໍລິສັດ ອີວີລາວ ໄດ້ສ້າງ Pilot Project ກັບບໍລິສັດໄຟຟ້າລາວ ເຊິ່ງໄດ້ວາງແຜນຈະຕິດຕັ້ງ EV Charger 20 Stations ຕາມຈຸດສຳຄັນຕ່າງໆໃນນະຄອນຫຼວງວຽງຈັນ ແລະ ຈະຕິດຕັ້ງ 100 EV Chargers ໃນທົ່ວນະຄອນຫຼວງວຽງຈັນ ລວມເຖິງເສັ້ນທາງສູ່ແຂວງອື່ນໆ ໂດຍ EV Chargers ທັງໝົດໃນປະເທດລາວຈະລິ້ງເຂົ້າລະບົບ Even ເຊິ່ງທາງບໍລິສັດ ອີວີລາວ ໄດ້ຕິດຕັ້ງໄວ້ທີ່ບໍລິສັດໄຟຟ້າລາວ ເພື່ອຄວາມປອດໄພຂອງຜູ້ໃຊ້ລົດໄຟຟ້າໃນປະເທດລາວ ທັງນີ້ ເພື່ອແນໃສ່ເພີ່ມຄວາມສະດວກສະບາຍ ແລະ ທັນສະໄໝ ແກ່ລູກຄ້າຂອງທັງສອງຝ່າຍໃຫ້ນັບມື້ນັບຫຼາຍຂຶ້ນ.