ວັນສຸກ ທີ 6 ທັນວາ 2019 00:12:11
ກອງປະຊຸມປຶກສາຫາລືເບື້ອງຕົ້ນດ້ານຍຸດທະສາດການເງິນສາທາລະນະສຸກ ຈັດຂຶ້ນວັນທີ 8 ຕຸລາ 2019 ທີ່ໂຮງແຮມດອນຈັນພຣາເລດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສົມພອນ ຜາງ ມະນີໄຊ ຫົວໜ້າກົມການເງິນ ກະຊວງສາທາລະນະສຸກ ມີທ່ານ Chris to pher ຜູ້ຕາງໜ້າອົງການອະນາໄມໂລກ ພະແນກສາທາລະນະສຸກແຂວງ ນະຄອນຫຼວງ ອົງການຊ່ວຍເຫຼືອເພື່ອການພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພື່ອຄົ້ນຄວ້າປຶກສາຫາລືການກຳນົດຍຸດທະສາດດ້ານການເງິນສາທາລະນະສຸກ ແລະ ເປັນທິດທາງທີ່ ເໝາະສົມໃນການຕອບສະໜອງໃຫ້ແກ່ການບໍລິການດ້ານວຽກງານດັ່ງກ່າວໃຫ້ພຽງພໍ ເພື່ອກ້າວໄປເຖິງການບັນລຸຕົວຊີ້ວັດດ້ານຕ່າງໆຂອງຂະແໜງສາທາລະນະສຸກ ເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍການປົກຄຸມສຸຂະພາບທົ່ວປວງຊົນ (UHC) ປີ 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ 3 (SDG3) ປີ 2030 ຕາມຄວາມມຸ່ງຫວັງຂອງລັດຖະບານ ແລະ ປະຊາຊົນບັນດາເຜົ່າໃຫ້ມີຜົນສຳເລັດເທື່ອລະກ້າວ.
ທ່ານ ສົມພອນ ຜາງມະນີໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ສືບເນື່ອງຈາກກອງປະຊຸມທີ່ຜ່ານມາໃນເດືອນກໍລະກົດ 2019 ເຊິ່ງຜົນການປະຊຸມຍັງໄດ້ຢັ້ງຢືນໃຫ້ເຫັນວ່າ ການລົງທຶນໃສ່ວຽກງານສາທາລະນະສຸກໃນປັດຈຸບັນຍັງຕ່ຳຢູ່ລະດັບ 2,8% ຂອງ GDP ມາດຕະຖານ WHO ແມ່ນ 4-5% ການຕອບສະ ໜອງງົບປະມານຍັງບໍ່ໄດ້ເຖິງ 9% ຂອງລາຍຈ່າຍທັງໝົດ ແລະ ລາຍຈ່າຍງົບປະມານພາກລັດໃຫ້ຂະແໜງ ການມີພຽງແຕ່ 44 ໂດລາສະຫະລັດ ຫຼື ປະມານ 340.000 ກີບຕໍ່ຫົວຄົນ (ມາດຕະຖານສາກົນໃນປະເທດທີ່ມີລາຍຮັບຕ່ຳແມ່ນ 86 ໂດລາ ຫຼື ປະມານ 660.000 ກີບຕໍ່ຄົນ) ເຊິ່ງຂໍ້ສະເໜີແນະຈາກກອງປະຊຸມເຫັນວ່າແຜນປະຕິຮູບດ້ານການເງິນ ແລະ ການກຳນົດຍຸດທະສາດດ້ານການເງິນສາທາລະນະສຸກຈະເປັນກຸນແຈສຳຄັນ ເພື່ອເປີດຊ່ອງທາງດ້ານການເງິນໃຫ້ຂະແໜງສາທາລະນະສຸກ ໄດ້ມີເງິນພຽງພໍຕາມຄວາມຕ້ອງການພັດທະນາວຽກງານ ບົນພື້ນຖານການຄິດໄລ່ຕາມຄວາມເໝາະສົມກັບຄວາມອາດສາມາດທີ່ ຈະເປັນໄປໄດ້ໃນການຕອບສະໜອງງົບປະມານຂອງລັດ ແລະ ການໄດ້ມາຈາກແຫຼ່ງອື່ນໆທີ່ສາມາດນຳມາສູ່ພາກລາຍຈ່າຍໃນສ່ວນນີ້ໄດ້ ອີກດ້ານໜຶ່ງ ກໍຍັງເປັນການຄົ້ນຄວ້າ ແລະ ກະກຽມກົນໄກການປັບປຸງການຈັດຕັ້ງປະຕິບັດລະບົບປະກັນສຸຂະພາບ ໃຫ້ມີຄວາມເໝາະສົມທີ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ມີຄວາມຍືນຍົງ ພ້ອມທັງເປັນການຄົ້ນຄວ້າກົນໄກການສົ່ງເສີມ ແລະ ການຮ່ວມມືກັບພາກເອກະຊົນ ການຫັນໂຮງໝໍສາມາດກຸ້ມຕົນເອງທາງດ້ານການເງິນເທື່ອລະກ້າວ ເພື່ອໃຫ້ມີທາງອອກ ແລະ ຊ່ວຍແບ່ງເບົາພາລະແບກຫາບຂອງລັດ ຖະບານໃນຕໍ່ໜ້າອີກດ້ວຍ.