ວັນຈັນ ທີ 16 ທັນວາ 2019 01:42:10
ບໍລິສັດ ແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈຳກັດ ໄດ້ອຸປະຖຳປຶ້ມບັນທຶກ 50 ຫົວ ເພື່ອແຈກຢາຍໃຫ້ສະມາຊິກພັກ ແລະ ແຂກທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ໜ່ວຍພັກ ໜັງສືພິມວຽງ ຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ທີ່ຈະໄດ້ຈັດຂຶ້ນວັນທີ 11 ຕຸລາ ນີ້.
ພິທີມອບໄດ້ຈັດຂຶ້ນວັນທີ 9 ຕຸລາ 2019 ທີ່ສຳນັກງານ ໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະ ກິດ-ສັງຄົມ ຕັ້ງຢູ່ຖະໜົນດົງນາໂຊກ-ໜອງບຶກໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານນາງ ນະທີພອນ ແສງສຸລິເດດ ຮອງຜູ້ອຳນວຍການບໍລິສັດ ແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈຳກັດ ແລະ ກ່າວຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ຮັກສາການຫົວໜ້າບັນນາທິ ການ ໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ.
ທ່ານນາງ ນະທີພອນ ແສງສຸລິເດດ ໄດ້ກ່າວວ່າ: ບໍລິສັດແກ້ວທະວີຄູນເພີ່ມຊັບ ຂາເຂົ້າ-ຂາອອກ ຈຳກັດ ເປັນບໍລິສັດສົ່ງເສີມປະຊາຊົນປູກພືດຜັກປອດສານພິດເປັນສິນຄ້າຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ມີສະຖານທີ່ປູກຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ບ້ານແສນດິນ ເມືອງນາຊາຍທອງ ແລະ ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນອກຈາກຈຳໜ່າຍຕາມຮ້ານຄ້າຊຸບເປີມາກເກັດທົ່ວໄປແລ້ວ ບໍລິສັດຍັງໄດ້ຈຳໜ່າຍຂາຍຢູ່ຕະຫຼາດປອດສານພິດ ເດີ່ນສູນການຄ້າ ລາວ-ໄອເຕັກ ນະ ຄອນຫຼວງວຽງຈັນ ໃນທຸກໆອາທິດຂອງຕອນເຊົ້າວັນພຸດ ແລະ ວັນເສົາ ທີ່ມີພືດຜັກ ແລະ ໝາກໄມ້ປອດສານພິດຫຼາຍຊະນິດທີ່ເປັນແນວພັນນຳເອົາຈາກຕ່າງປະເທດທີ່ມາປູກຢູ່ປະເທດລາວເຮົາເພື່ອໃຫ້ຄົນລາວ ແລະ ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ປະເທດລາວ ກໍຄື ຢູ່ນະຄອນຫຼວງວຽງຈັນໄດ້ບໍລິໂພກ.
ໂອກາດນີ້ ທ່ານນາງ ແກ້ວຊ້ອນ ຈັນທະນາມ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດ ແກ້ວທະວີ ຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈຳກັດ ທີ່ໃຫ້ການອຸປະຖຳປຶ້ມບັນທຶກຄັ້ງນີ້ ພ້ອມທັງອວຍພອນໃຫ້ບໍລິສັດຈົ່ງປະສົບຜົນສຳເລັດໃນການດຳເນີນທຸລະກິດຈະເລີນກ້າວໜ້າຍືນຍົງຄຽງຄູ່ກັບສັງຄົມລາວໄປຕະ ຫຼອດ ແລະ ຫວັງວ່າໂອກາດໜ້າ ໜັງສືພິມວຽງຈັນໃໝ່ ຈະໄດ້ຮັບການຊ່ວຍເຫຼືອຈາກບໍລິສັດຕື່ມອີກ.