ວັນສຸກ ທີ 13 ທັນວາ 2019 16:29:29
ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍບັນດາຄະນະຜູ້ແທນກອງປະຊຸມ ຄະນະປະຈຳສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 4 ສະໄໝທີ X ໄປທັດສະນະຢ້ຽມຢາມເຂດພັດທະນາໂຄງການສ້າງຄອບຄົວ? ບ້ານສາມັກຄີປອງດອງ ແນວລາວສ້າງຊາດ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃນວັນທີ 9 ຕຸລາ 2019 ຢູ່ເຂດຈຸດສຸມ 516 ກຸ່ມບ້ານໂພນສະຫວາດ ເມືອງລ້ອງຊານ ແຂວງໄຊສົມບູນ ມີທ່ານພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳເມືອງ ອຳນາດການປົກຄອງບ້ານ ຄະນະບໍລິສັດພົງສະຫວັນຈຳກັດ ພະນັກງານຈາກອົງການ?ບໍລິສັດ ແລະ ປະຊາຊົນ ເຂົ້າຮ່ວມ.
ທ່ານ ລີວ່າງ ໄຊຍະຊ້າງ ປະທານແນວລາວສ້າງຊາດເມືອງລ້ອງຊານ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຢູ່ເຂດພັດທະນາຈຸດສຸມໂພນສະຫວາດ ວ່າ: ຈຸດສຸມໂພນສະຫວາດຫ່າງຈາກເທສະບານເມືອງ 40 ກິໂລແມັດ ມີ 8 ບ້ານ 2 ເຜົ່າ 1.221 ຄອບຄົວ ມີພົນລະເມືອງ 7.951 ຄົນ ຍິງ 3.847 ຄົນ ມີໂຮງຮຽນອະນຸ ບານ 1 ຫຼັງ ປະຖົມສົມບູນ 7 ແຫ່ງ ມັດທະຍົມສົມບູນ 1 ແຫ່ງ ໂຮງໝໍ 1 ແຫ່ງ ມີໄຟຟ້າ ຕະຫຼາດຊຸມຊົນ ປະ ຊາຊົນມີມູນເຊື້ອວັດທະນະທຳອັນດີງາມ ເຊິ່ງການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໂດຍໄດ້ຈັດຕັ້ງຄະນະຮັບຜິດຊອບແຕ່ລະຂັ້ນ ໄດ້ມີການຈັດກອງປະຊຸມຄະນະຮັບຜິດຊອບ 3 ຂັ້ນ ຮ່ວມກັບກຸ່ມບໍລິສັດພົງສະຫວັນ ຈັດເຝິກອົບຮົມວຽກງານດັ່ງກ່າວໃຫ້ພະນັກງານຫຼັກແຫຼ່ງ ບັນດາຫ້ອງການອ້ອມຂ້າງເມືອງ ແລະ ບ້ານກ່ຽວຂ້ອງທົ່ວເມືອງລ້ອງຊານ ພົບປະປະຊາຊົນບັນດາເຜົ່າຢູ່ 8 ບ້ານເຂດພັດທະນາໂຄງການຈຸດສຸມໂພນສະຫວາດ ເຊື່ອມຊຶມນິຕິກຳກ່ຽວກັບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດຕາມຊຸກຍູ້ຈັດຕັ້ງປະຕິບັດໂຄງການໃນແຕ່ລະເດືອນ ແລະ ອື່ນໆ ສຳລັບຜົນໄດ້ຮັບເບື້ອງຕົ້ນຂອງໂຄງການປະກາດຮັບຮອງ 8 ບ້ານໃນເຂດພັດທະນາໂຄງການເປັນບ້ານສາມັກຄີປອງດອງ 1.159 ຄອບຄົວ ຍັງ 62 ຄອບຄົວທີ່ຍັງສືບຕໍ່ສ້າງ ຊ່ວຍປຸກເຮືອນຢູ່ໃຫ້ປະຊາຊົນທີ່ທຸກຍາກ?ອະນາຖາ 6 ຫຼັງ ພ້ອມກັບຕຽງນອນ ຜ້າເສື້ອ ຜ້າຫົ່ມ ມຸ້ງ ສາດ ແລະ ເຄື່ອງເຮືອນຄົວຈຳນວນໜຶ່ງ ຊື້ໝູລາດ 6 ໂຕ ງົວພື້ນເມືອງ 9 ໂຕ ແລະ ສັດປີກຈຳນວນໜຶ່ງມອບໃຫ້ຄອບຄົວທີ່ທຸກຍາກ ສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າຢູ່ເຂດພັດທະນາໂຄງການຫຼາຍຂຶ້ນ.
ທ່ານ ສີວິໄລ ພົມມະຈັກ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດພົງສະຫວັນ ຈຳກັດ ກ່າວວ່າ: ໂຄງການມີເນື້ອທີ່ 161 ເຮັກຕາ ໄດ້ລິເລີ່ມມາແຕ່ທ້າຍປີ 2017 ແລະ ເລີ່ມປະຕິບັດຕົວຈິງເດືອນມີນາ 2018 ເປັນຕົ້ນມາ ຈຸດປະສົງແມ່ນລະດົມໃຫ້ປະຊາຊົນຜະລິດກະສິກຳ ປູກຝັງ?ລ້ຽງສັດ ສ້າງເປັນແຫຼ່ງທ່ອງທ່ຽວທາງກະສິກຳ ສ້າງເປັນສູນຕົວແບບທາງດ້ານກະສິກຳ ຄັດເລືອກເອົາຄອບຄົວທີ່ທຸກຍາກມາອາໄສຢູ່ໃນຂອບເຂດໂຄງການ ສ້າງສູນອົບຮົມພັດທະນາກະສິກຳ ແລະ ສວນສາທາລະນະຫາຕະຫຼາດເພື່ອຈຳໜ່າຍສິນຄ້າກະສິກຳ ເນັ້ນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດຈຸດສຸມ 516 ກຸ່ມບ້ານໂພນສະຫວາດໃຫ້ມີວິຖີຊີວິດທີ່ດີຂຶ້ນ ແລະ ອື່ນໆ.
ຈາກນັ້ນ ຄະນະຜູ້ແທນ ແລະ ພາກສ່ວນກ່ຽວຂ້ອງໄປທັດສະນະຢ້ຽມຊົມຕົວຈິງ ໃນນັ້ນ ໄປຢ້ຽມຊົມເຮືອນ ເນື້ອທີ່ປູກໝາກໄມ້ໃຫ້ໝາກ ເຮືອນຮົ່ມເພາະເຫັດ ຟາມງົວ ຟາມໝູ ຟາມໄກ່ດູກດຳ ແລະ ອື່ນໆ.