ວັນເສົາ ທີ 14 ທັນວາ 2019 20:48:09
ສວນພຶກສາ ເປີດຮັບສະໝັກຄັດເລືອກນາງສາວເຜົ່າມົ້ງ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2020 ຂຶ້ນວັນທີ 20 ຕຸລາ 2019 ຢູ່ສວນດັ່ງກ່າວ ໂດຍມີນາງສາວງາມທີ່ມີເງື່ອນໄຂທົ່ວ ນວ ເຂົ້າສະໝັກຢ່າງຫຼວງຫຼາຍ ໃນນີ້ 20 ຄົນ ທີ່ຖືກຄັດເລືອກຈະໄດ້ເຂົ້າເກັບໂຕເຝິກຊ້ອມ ແລະ ຮ່ວມກິດຈະກຳຕ່າງໆ ເພື່ອສ້າງທັກສະຄວາມເຂົ້າໃຈ ກ່ອນຈະເຂົ້າຄັດເລືອກຮອບຊີງຊະນະເລີດ ໃນງານບຸນກິນຈຽງ ແລະ ຄັດເລືອກນາງສາວເຜົ່າມົ້ງ ນວ ປະຈຳປີ 2020 ແລະ ຄັດເລືອກນັກຮ້ອງສຽງດີ ໃນທ້າຍເດືອນພະຈິກ 2019.
ທ່ານ ພູວົງ ພະມີສິດ ປະທານສວນພຶກສາ ກ່າວວ່າ: ສວນພຶກສາ ເປັນສະຖານທີ່ທ່ອງທ່ຽວດ້ານວັດທະນະທຳ ໂດຍລວມເອົາຫຼາຍຊົນເຜົ່າມາຢູ່ບ່ອນດຽວກັນ ໂດຍສະເພາະ ຊົນເຜົ່າມົ້ງ ເຜົ່າກຶມມຸ ແລະ ເຜົ່າລາວ ຈຶ່ງໄດ້ຈັດບຸນກິນຈຽງເຜົ່າມົ້ງ ເພື່ອຮັກສາຮີດຄອງປະເພນີອັນດີງາມ ສ້າງຄວາມສາມັກຄີໃຫ້ບັນດາເຜົ່າໄດ້ມີກິດຈະກຳຮ່ວມກັນ ທັງໄດ້ສະແດງເຖິງການອະນຸຮັກ ການນຸ່ງຖືຊຸດປະຈຳຊົນເຜົ່າ ທີ່ໄດ້ສືບທອດກັນມາຫຼາຍຮຸ່ນຄົນ ແລະ ສົ່ງເສີມການທ່ອງທ່ຽວໃຫ້ ນວ.
ບຸນປະເພນີກິນຈຽງໃນສວນພຶກສາປີນີ້ ຈະຈັດຂຶ້ນວັນທີ 22-44 ພະຈິກ 2019 ຢູ່ສວນພຶກສາ ບ້ານດານຊີ ເມືອງນາຊາຍທອງ ນວ ເພື່ອສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ທັງເປັນການສະຫຼຸບຜົນ ງານໃນການທຳມາຫາກິນຂອງເຜົ່າມົ້ງ ເຊິ່ງຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 3 ພາຍໃນງານມີກິດຈະກຳຫຼາຍຢ່າງທີ່ໜ້າສົນໃຈ ເຊັ່ນ: ການສະແດງສິລະປະຮ້ອງເພງ ກິດຈະກຳໂຍນໝາກຄອນ ຕີໝາກຂ່າງ ຍິງໜ້າເກັກ ເຕະບານ ຂັບລຳເຜົ່າມົ້ງ ຄັດເລືອກນາງສາວເຜົ່າມົ້ງ ນວ ປະຈຳປີ 2020 ແລະ ຄັດເລືອກນັກຮ້ອງສຽງດີ.
ສຳລັບນາງສາວງາມທີ່ໄດ້ຮັບຊະນະເລີດ ຈະໄດ້ຄອງມົງກຸດມູນຄ່າ 50 ກວ່າລ້ານກີບ ຈາກຮ້ານຄຳພູວົງ ພ້ອມເງິນລາງວັນ 5 ລ້ານກີບ ນອກນີ້ ຍັງມີລາງວັນອື່ນໆອີກ.