ວັນສຸກ ທີ 6 ທັນວາ 2019 18:23:40
ການແຂ່ງຂັນກີລາເທຄວັນໂດ ຮຸ່ນອະນຸຊົນ ເຍົາວະຊົນ ແລະ ຮຸ່ນຊາວໜຸ່ມ ທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ V ປະຈຳປີ 2019 ຈະຈັດຂຶ້ນວັນທີ 9-10 ພະຈິກ 2019 ຢູ່ສະໜາມກີລາເທຄວັນໂດຊົ່ວຄາວ ສູນການຄ້າລາວ-ໄອເຕັກ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເພື່ອເລືອກເຟັ້ນນັກກີລາທີມຊາດ ເຂົ້າຮ່ວມມະຫາກຳຊີເກມ ຄັ້ງທີ XXX ຢູ່ປະເທດຟີລິບປິນ ທ້າຍປີນີ້.
ການແຂ່ງຂັນດັ່ງກ່າວ ປະກອບມີຮຸ່ນ 8 ປີ 10 ປີ 12 ປີ 15 ປີ 17 ປີ ແລະ ຮຸ່ນທົ່ວໄປ ໂດຍແຂ່ງຂັນທັງປະເພດຕໍ່ສູ້ ແລະ ປະເພດຟ້ອນປຸ້ມເຊ ລວມ 136 ລາຍການ ພິເສດຈະມີລາຍການສຳລັບມື ໃໝ່ ແລະ ມີນັກກີລາຈາກແຂວງບໍ່ແກ້ວ ຫຼວງພະບາງ ຊຽງຂວາງ ອຸດົມໄຊ ບໍລິຄຳໄຊ ຄຳມ່ວນ ແລະ ແຂວງຈຳປາສັກ ເຂົ້າຮ່ວມ.
ສຳລັບລາງວັນຊະນະເລີດ ອັນດັບ 2 ອັນດັບ 3 ຈະໄດ້ຫຼຽນຄຳ ຫຼຽນເງິນ ແລະ ຫຼຽນທອງ ຕາມ ລຳດັບ ພ້ອມໃບຢັ້ງຢືນສະຖິຕິ ນອກນີ້ຜູ້ຊະນະເລີດ ຍັງຈະມີການລວມຄະແນນ ຜູ້ທີ່ໄດ້ຄະແນນສູງສຸດ ທີ 1 ທີ 2 ທີ 3 ຈະໄດ້ຄອງຂັນລາງວັນນັກກີລາດີເດັ່ນຕ່າງໆ ພ້ອມທັງໄດ້ຄະແນນສະສົມ ເພື່ອຄວ້າສິດເຂົ້າຮ່ວມງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ ໃນຕົ້ນປີ 2020.