ວັນເສົາ ທີ 14 ທັນວາ 2019 21:03:37
ມະຫາວິທະຍາໄລຈຳປາສັກ (ມຈ) ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ວຽກງານການສຶກສາຊັ້ນສູງ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ (ADB) ໃນຂະແໜງການຕ່າງໆຂອງ ມຈ ເຊິ່ງໂຄງການໄລຍະທີ 1 ໄດ້ຈັດຕັ້ງປະຕິບັດແຕ່ປີ 2009-2016 ເປັນຕົ້ນມາ ໂດຍເລັ່ງໃສ່ການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ສ້າງຫ້ອງສະໝຸດ ຫ້ອງທົດລອງ ສູນຂໍ້ມູນຂ່າວສານ ແລະ ສະ ໜອງວັດຖຸອຸປະກອນດ້ານການສຶກສາ ແລະ ອື່ນໆ ມູນຄ່າ 13 ລ້ານກວ່າໂດລາສະຫະລັດ ຫຼື ປະມານ 115 ຕື້ກີບ ປັດຈຸບັນ ກິດຈະກຳດັ່ງກ່າວໄດ້ມີຜົນສຳເລັດເປັນກ້າວໆ.
ທ່ານນາງ ພອນສະຫວັນ ເທບພະສຸລິທອນ ຮອງອະທິການບໍດີ ມຈ ວັນທີ 7 ພະຈິກ 2019 ວ່າ: ໂຄງ ການສ້າງຄວາມເຂັ້ມແຂງໃຫ້ວຽກງານການສຶກສາຊັ້ນສູງ ພາຍໃຕ້ທຶນການຊ່ວຍເຫຼືອຂອງ ADB ໃຫ້ ມຈ ໄລຍະທີ 1 ໄດ້ສຳເລັດການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ສ້າງລະບົບເສັ້ນທາງຍາວ 7 ກິໂລແມັດ ພາຍໃນ ມຈ ຫ້ອງສະໝຸດ ຫ້ອງທົດລອງ ສູນຂໍ້ມູນຂ່າວສານ ຫໍພັກນັກສຶກສາ ການປະກອບວັດຖຸອຸປະກອນການສຶກສາ ແລະ ອື່ນໆ ປັດຈຸບັນແມ່ນຄວາມຄືບໜ້າ ແລະ ສາມາດເປີດນຳໃຊ້ໄດ້ແລ້ວ ສຳເລັດການເຝິກ ອົບຮົມຄູ-ອາຈານ ເພື່ອໃຫ້ແທດເໝາະກັບການສິດສອນຍຸກໃໝ່ ເຊິ່ງນຳໃຊ້ໃນການຈັດຕັ້ງປະຕິບັດວຽກງານມູນຄ່າ 600 ລ້ານກວ່າກີບ ນອກນີ້ ຍັງສຳເລັດການຄົ້ນຄວ້າວິໄຈວຽກງານການສຶກສາປີ 2014 ຈຳນວນ 6 ຫົວບົດ ປີ 2015 ຄົ້ນຄວ້າໄດ້ 18 ຫົວບົດ ນຳໃຊ້ທຶນ 500 ລ້ານກວ່າກີບ ແລະ ໄດ້ໃຫ້ທຶນຍົກລະດັບພະ ນັກງານຄູ-ອາຈານ ເພື່ອໄປສຶກສາຕໍ່ 50 ທຶນ ຍິງ 18 ທຶນ ກໍ່ສ້າງປະຕູໂຂງທາງເຂົ້າ ມຈ ມູນຄ່າ 150 ລ້ານກີບ ກໍ່ສ້າງເສົາທຸງໜ້າອາຄານອະທິການບໍດີ ມູນຄ່າ 50 ລ້ານກີບ ປັບປຸງຮົ້ວກັ້ນ ແລະ ອ້ອມຫໍພັກຍິງມູນຄ່າ 120 ລ້ານກີບ ຮົ້ວກັ້ນຫ້ອງນ້ຳ 9 ຫຼັງ ມູນຄ່າ 80 ລ້ານກີບ.
ທ່ານ ສຸກສັນ ວິໄລວົງ ຫົວໜ້າສູນຂໍ້ມູນຂ່າວສານ ມຈ ກ່າວວ່າ: ໂຄງການຊ່ວຍເຫຼືອຂອງ ADB ມີຄວາມສຳຄັນຫຼາຍ ເພາະສູນຂໍ້ມູນຂ່າວສານເມື່ອກ່ອນ ມີຄອມພິວເຕີໄວ້ສິດສອນໃຫ້ຄູ-ອາຈານໃນພາກວິຊາຕ່າງໆ ແລະ ນັກສຶກສາພຽງແຕ່ 25 ເຄື່ອງ ພາຍຫຼັງ ADB ໃຫ້ການຊ່ວຍເຫຼືອໄດ້ປະກອນຄອນພິວເຕີ ໃຫ້ສູນພວກເຮົາ 168 ເຄື່ອງ ເຊິ່ງເປັນບ່ອນສອນຄອມພິວເຕີໃຫ້ພາກວິຊາຕ່າງໆ ພ້ອມທັງຄູ-ອາຈານ ເຊິ່ງສາ ມາດຍົກລະດັບການຮຽນ-ການສອນໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ເປັນຢ່າງດີ ທຽບໃສ່ກ່ອນໜ້າທີ່ບໍ່ໄດ້ຮັບທຶນຈາກ ADB ແມ່ນໄດ້ສິດສອນຕາມຕຳລາ ພາຍຫຼັງໄດ້ຮັບທຶນກໍໄດ້ໃຊ້ອິນເຕີເນັດເຂົ້າໃນການຊອກຫາຂໍ້ມູນທີ່ສຳຄັນໃນການສອນໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ປັດຈຸບັນໄດ້ຮັບຄວາມສົນໃຈຈາກນັກສຶກສາເປັນຈຳນວນຫຼາຍ ເຮັດໃຫ້ອຸປະກອນການຮຽນ-ການສອນ ໂດຍສະເພາະຄອມພິວເຕີບໍ່ພຽງພໍ ຈຶ່ງຢາກສະເໜີ ADB ສະໜັບສະໜູນອຸປະກອນການຮຽນ-ການສອນ ແກ່ ມຈ ຕື່ມອີກ.