ວັນເສົາ ທີ 14 ທັນວາ 2019 19:54:14
ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ສົມທົບກັບເມືອງສີໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງ ດຳເນີນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຖະໜົນອາຊຽນ (ຖະໜົນ T2) ວັນທີ 12 ພະຈິກ 2019 ເພື່ອເຮັດໃຫ້ຖະໜົນດັ່ງກ່າວ ມີຄວາມເປັນລະບຽບຮຽບຮ້ອຍແລະ ຈົບງາມ ທັງເປັນການຈັດຕັ້ງປະຕິບັດຕາມທິດ 6 ສ ເພື່ອຫຼຸດຜ່ອນອຸບັດເຫດ ແກ້ໄຂການຈະລາ ຈອນແອອັດ ແລະ ເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ.
ທ່ານ ສຸລິວັນ ພົມມະຫາໄຊ ຮອງຫົວໜ້າພະແນກ ຍທຂ ນວ ໃຫ້ສຳພາດວ່າ: ເພື່ອຈັດສັນຄວາມ ບໍ່ເປັນລະບຽບຕາມເສັ້ນທາງສາຍຫຼັກຕ່າງໆໃຫ້ເປັນລະບຽບຮຽບຮ້ອຍ ແລະ ຈົບງາມ ຫັນໄປສູ່ການປະ ຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ເຮັດໃຫ້ການປຸກສ້າງ ຕໍ່ເຕີມເທີບ-ເງີບ ແລະ ອື່ນໆ ບໍ່ໃຫ້ກີດ ຂວາງ ແລະ ເກີນເຂດສະຫງວນທາງ ທັງເປັນການຫຼຸດຜ່ອນອຸບັດເຫດ ເພື່ອບັນລຸຄຳຂວັນ 6 ສ ແລະ ເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໂດຍການປະຕິບັດໄດ້ອີງໃສ່ກົດໝາຍຜັງເມືອງ ວ່າດ້ວຍການຄຸ້ມຄອງການປຸກສ້າງກົດໝາຍທາງຫຼວງ ກ່ຽວກັບການກຳນົດຂອບເຂດສະຫງວນທາງຫຼວງ ກົດໝາຍຄຸ້ມຄອງປ້າຍໂຄສະນາ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຍທຂ ກ່ຽວກັບພາລະບົດບາດຂອງພະແນກ ຍທຂ ນວ ອັນສຳຄັນແມ່ນຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງຕ່າງໆ ໂດຍມີໜ່ວຍງານລົງກວດກາທຸກວັນ ໃນນີ້ ໄດ້ກວດກາການປຸກສ້າງ ການວາງກອງຫີນ-ຊາຍ ວັດສະດຸກໍ່ສ້າງ ຕໍ່ເຕີມເທີບ-ເງີບ ແລະ ຕິດຕັ້ງປ້າຍໂຄ ສະນາໃຫ້ຖືກຕ້ອງຕາມລະບຽບ ພ້ອມທັງໄດ້ສົມທົບກັບຫ້ອງການ ຍທຂ ເມືອງ ລົງກວດກາເປັນປະຈຳ.
ການຈັດຕັ້ງປະຕິບັດຕົວຈິງໄດ້ດຳເນີນການເຜີຍແຜ່ນິຕິກຳຕ່າງໆຜ່ານໂທລະພາບ ໜັງສືພິມ ແລະ ສື່ຕ່າງໆ ແລະ ໄດ້ເຜີຍແຜ່ໃຫ້ຜູ້ປະກອບການຢູ່ສອງຟາກຖະໜົນເປົ້າໝາຍ ວັດແທກເກັບກຳຂໍ້ມູນເຮັດບົດບັນທຶກກັບຄອບຄົວກ່ຽວຂ້ອງ ແລະ ໄດ້ແຈ້ງໃຫ້ເຂົາເຈົ້າປະຕິບັດໃຫ້ຖືກຕ້ອງ ໂດຍກຳນົດເວລາໃຫ້ລະອຽດ ເຊິ່ງຖະໜົນ T2 ໄດ້ປະຕິບັດແຕ່ເດືອນກຸມພາ 2019 ເປັນຕົ້ນມາ ປັດຈຸບັນຍັງມີຫຼາຍພາກສ່ວນບໍ່ຈັດຕັ້ງປະຕິບັດ ມື້ນີ້ ພວກເຮົາຈຶ່ງໄດ້ລົງດຳເນີນການຈັດສັນ ໂດຍສະເພາະຕັດປ້າຍໂຄສະນາທີ່ຕິດຕັ້ງເກີນເຂດສະຫງວນທາງ ໂດຍປ້າຍທີ່ຕັດໄປນັ້ນຈະເກັບຮັກສາໄວ້ ແລະ ແຈ້ງໃຫ້ເຈົ້າຂອງປ້າຍໄປພົວພັນເອົາຄືນພາຍໃນເວລາ 15 ວັນ ພ້ອມທັງປັບໃໝຕາມລະບຽບ ໂອກາດນີ້ ກໍຂໍຮຽກຮ້ອງໃຫ້ຜູ້ປະກອບການ ກໍຄືປະຊາຊົນໃຫ້ການຮ່ວມມື ແລະ ປະຕິບັດລະບຽບຢ່າງເຂັ້ມງວດ.