ວັນເສົາ ທີ 14 ທັນວາ 2019 20:39:37
ພິທີເປີດສະຖານີບໍລິການນ້ຳມັນທ່າສະຫວ່າງຈັດຂຶ້ນວັນທີ 9 ພະຈິກ 2019 ມີທ່ານ ສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍສະພາແຫ່ງຊາດ ທ່ານ ໜູກີ ສີຫາລາດ ຮອງເຈົ້າເມືອງໄຊທານີ ທ່ານ ນັນທະວັດ ແປ້ນຈູນສີ ຮອງຜູ້ອຳນວຍການບໍລິສັດ ພີທີທີ (ລາວ) ຈຳກັດ ອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານນາງ ຂັນແກ້ວ ສົມບູນ ເຈົ້າຂອງປ້ຳນ້ຳມັນທ່າສະຫວ່າງໄດ້ກ່າວວ່າ: ປ້ຳນ້ຳມັນທ່າສະຫວ່າງ ຕັ້ງຢູ່ຖະໜົນເລກ 10 (ທ່າງ່ອນ) ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເລີ່ມກໍ່ສ້າງຕົ້ນເດືອນເມສາ ແລະ ສຳເລັດເດືອນຕຸລາ 2019 ໂດຍແມ່ນບໍລິສັດ ວິວເທັກສຳຫຼວດອອກແບບ ແລະ ກໍ່ສ້າງເຄຫາສະຖານ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ຮັບການປຶກສາຄວບຄຸມກໍ່ສ້າງໂດຍທີມງານວິສາວະກອນຈາກບໍລິສັດ ພີທີທີ (ລາວ) ຈຳກັດ ໃນເນື້ອທີ່ດິນ 4.480 ຕາແມັດ ປ້ຳນ້ຳມັນ ຮູບແບບສະແຕນດາດ ມີຕູ້ຈ່າຍນ້ຳມັນ 3 ຕູ້ 14 ມືຈ່າຍ ສາມາດຕື່ມນ້ຳມັນລົດໄດ້ 6 ຄັນພ້ອມກັນ ຈຳໜ່າຍນ້ຳມັນ 3 ຊະນິດຄື: ນ້ຳມັນກາຊວນ ນ້ຳມັນແອັດຊັງທຳມະດາ ແລະ ນ້ຳມັນແອັດຊັງພິເສດ ນອກຈາກນີ້ ຢູ່ສະຖານີຍັງມີສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນ ມີຮ້ານກາເຟອາເມຊອນ ຫ້ອງນ້ຳສະອາດໄວ້ໃຫ້ບໍລິການລູກຄ້າ ແລະ ໃນໄວໆນີ້ກໍຈະເປີດທຸລະກິດຮ້ານຄ້າ Jiffy ສູນອາຫານ ແລະ ໜ່ວຍບໍລິການທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທະນາຄານຮ່ວມພັດທະນາ ເປີດໃຫ້ບໍລິການເພື່ອອຳນວຍຄວາມສະດວກ ເຊິ່ງການເປີດສະຖານີບໍລິການນ້ຳມັນແຫ່ງນີ້ແນໃສ່ຮັບໃຊ້ສັງຄົມ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ສ້າງວຽກເຮັດງານທຳໃຫ້ແຮງງານທ້ອງຖິ່ນ ປະກອບສ່ວນສ້າງລາຍຮັບເສດຖະກິດຄອບຄົວ ແລະ ພາກລັດອີກດ້ວຍ.