ວັນເສົາ ທີ 14 ທັນວາ 2019 20:40:50
ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມທຸລະກິດລາວ ຄັ້ງທີ 12 ຫົວຂໍ້ “ສິ່ງທ້າທາຍ ແລະ ໂອກາດຂອງທຸລະກິດຢູ່ ສປປ ລາວ ຕໍ່ການປ່ຽນແປງຢ່າງໄວວາຂອງສະພາບເສດຖະກິດ” ຈັດຂຶ້ນວັນທີ 12 ພະຈິກ 2019 ຢູ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ປະກອບການສະມາຄົມທຸລະກິດ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຂະແໜງການກ່ຽວຂ້ອງ.
ທ່ານ ອຸດເດດ ສຸວັນນະວົງ ປະທານ ສຄອຊ ກ່າວວ່າ: ນັບແຕ່ກອງປະຊຸມທຸລະກິດລາວ ຄັ້ງທີ 11 ສຄອຊ ໄດ້ຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ ທີ່ເຮັດວຽກເປັນກອງເລຂາດັ່ງກ່າວ ເອົາໃຈໃສ່ປັບປຸງຂັ້ນຕອນການສະເໜີ ແລະ ປຶກສາຫາລືແກ້ໄຂບັນຫາຂອງພາກທຸລະກິດໄປແຕ່ລະບາດກ້າວ ເຊິ່ງມີພາກທຸລະກິດໄດ້ສະເໜີ 100 ກວ່າບັນຫາ ແລະ ໄດ້ຄັດຈ້ອນບັນຫາທີ່ມີຄວາມສຳຄັນ ແລະ ມີຜົນກະທົບຫຼາຍຕໍ່ຂະແໜງການພາກທຸລະກິດ ແລະ ຂະແໜງການພາກລັດກ່ຽວຂ້ອງ ໂດຍໄດ້ກຳນົດບັນຫາບຸລິມະສິດສະເພາະໄດ້ 23 ບັນຫາ ແລະ ຕິດພັນກັບຂົງເຂດຕ່າງໆເຊັ່ນ: ຂົງເຂດສ່ວຍສາອາກອນ ການອຳນວຍຄວາມສະດວກໃຫ້ການນຳເຂົ້າ ແລະ ສົ່ງອອກ ການກໍ່ຕັ້ງທຸລະກິດ ການສົ່ງເສີມການທ່ອງທ່ຽວທີ່ຍືນຍົງ ແລະ ຂົງເຂດອື່ນໆ ໃນນີ້ ໄດ້ແກ້ໄຂ 7 ບັນຫາ ເຊິ່ງກອງປະຊຸມຄັ້ງຜ່ານມາ ຍັງໄດ້ຕົກລົງເຫັນດີຕໍ່ກັບທິດທາງການແກ້ໄຂ 16 ບັນຫາບຸລິມະສິດທີ່ຍັງຄົງຄ້າງຕໍ່ການພັດທະນາຂະແໜງການດັ່ງກ່າວ ເພື່ອສືບຕໍ່ປຶກສາຫາລື ແລະ ຮ່ວມກັນແກ້ໄຂໃນຕໍ່ໜ້າ.
ໄລຍະເກືອບ 2 ທົດສະວັດຜ່ານມາ ອັດຕາການຂະຫຍາຍຕົວຂອງເສດຖະກິດ ຂະຫຍາຍຕົວສະເລ່ຍລະດັບ 8% ແຕ່ການຂະຫຍາຍຕົວດັ່ງກ່າວ ຍັງບໍ່ໄດ້ນຳມາຜົນປະໂຫຍດໃຫ້ສັງຄົມລາວຫຼາຍເທົ່າທີ່ຄວນ ພ້ອມນີ້ ຍັງມີຄວາມສ່ຽງສູງຕໍ່ບັນຫາຕ່າງໆ ເປັນຕົ້ນ ໜີ້ສາທາລະນະຕໍ່ GDP ການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ມີອັດຕາສູນເສຍໃນລະດັບສູງ ແລະ ອຸດສາຫະກຳທີ່ເປັນເຫດໃຫ້ເກີດບັນຫາມົນລະພິດເພີ່ມຂຶ້ນ ເຊິ່ງນັບແຕ່ປີ 2013 ເປັນຕົ້ນມາ ລະດັບການຂະຫຍາຍຕົວທີ່ທະນາຄານໂລກໄດ້ຄາດຄະເນວ່າ ອັດຕາການຂະຫຍາຍຕົວຂອງເສດຖະກິດລາວ ມີລັກສະນະຫຼຸດລົງ ເຊິ່ງປີ 2019 ຢູ່ລະດັບ 6,5% ເຊິ່ງຈະເປັນທິດທາງທີ່ບໍ່ດີຕໍ່ການພັດທະເສດຖະກິດຂອງປະເທດ ທີ່ຈະຕ້ອງໄດ້ຮ່ວມກັນຊຸກຍູ້ສົ່ງເສີມ ແລະ ບຸກທະລຸໃຫ້ການພັດທະນາເສດຖະກິດຂອງລາວຢູ່ລະດັບທີ່ດີຂຶ້ນກວ່າເກົ່າ.
ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ກໍໄດ້ເນັ້ນໃຫ້ຂະແໜງການກ່ຽວຂ້ອງເອົາໃຈໃສ່ເພີ່ມມາດຕະການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ສອດຄ່ອງ ຖ້າປັບປຸງສະພາບດັ່ງກ່າວໄດ້ຖືກຕ້ອງຈະເຮັດໃຫ້ການລົງທຶນຈາກຕ່າງປະເທດ ແລະ ພາຍໃນເພີ່ມຂຶ້ນ ທັງຈະເຮັດໃຫ້ການຜະລິດສິນຄ້າເພື່ອຕະຫຼາດພາຍໃນ ແລະ ການສົ່ງອອກຂອງລາວເພີ່ມຂຶ້ນເຊັ່ນກັນ ເຊິ່ງຈະເປັນການສ້າງຖານລາຍຮັບຂອງຊາດໃຫ້ໝັ້ນຄົງດ້ານການເງິນ (ເງິນຕາຕ່າງປະເທດ) ແລະ ຈະຫຼຸດຜ່ອນເສດຖະກິດນອກລະບົບເຮັດໃຫ້ເສດຖະກິດມະຫາພາກດີຂຶ້ນ ພ້ອມກັນເປັນເຈົ້າການປັບປຸງສະພາບແວດລ້ອມການສົ່ງເສີມການລົງທຶນຂອງທຸລະກິດພາຍໃນ ແລະ ຕ່າງປະເທດໃນຂະ ແໜງການທີ່ບໍ່ເອື່ອຍອີງໃສ່ຊັບພະຍາກອນທຳມະຊາດ ໂດຍສະເພາະຂະແໜງອຸດສາຫະກຳປຸງແຕ່ງ ການທ່ອງທ່ຽວ ແລະ ການປຸງແຕ່ງຜະລິດຕະພັນກະສິກຳໃຫ້ສອດຄ່ອງ ເອົາໃຈໃສ່ຈັດຕັ້ງປະຕິບັດການລົງທຶນຂອງລັດໃສ່ໂຄງລ່າງພື້ນຖານ ເພື່ອສ້າງໃຫ້ມີສິນຄ້າສົ່ງອອກທີ່ມີຫຼາຍຮູບແບບ ເພີ່ມຜະລິດຕະພາບຂອງພາກທຸລະກິດ ແລະ ຫຼຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍໃນການດຳເນີນທຸລະກິດ ດ້ວຍການປັບປຸງກົນໄກການຄຸ້ມຄອງຂອງພາກລັດ ແລະ ປັບປຸງຂັ້ນຕອນການອະນຸມັດຕ່າງໆໃຫ້ສະດວກ ວ່ອງໄວ ແລະ ໂປ່ງໃສ.