ວັນເສົາ ທີ 14 ທັນວາ 2019 20:38:06
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ພະຈິກ 2019 ໂດຍເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ເຊິ່ງທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຂຶ້ນລາຍງານກ່ຽວກັບຜົນການຕິດຕາມກວດກາ ການຈັດຕັ້ງປະຕິ ບັດນິຕິກຳທີ່ພົວພັນກັບການເຊົ່າ ແລະ ສຳປະທານທີ່ດິນ ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳເຫັນຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ພ້ອມທັງເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານ ດັ່ງກ່າວດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.
ທ່ານ ບຸນປອນ ສີສຸລາດ ລາຍງານໃຫ້ຮູ້ວ່າ: ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນໃນໄລຍະຜ່ານມາ ລັດຖະບານໄດ້ເອົາ ໃຈໃສ່ປັບປຸງບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຫຼາຍສະບັບ ທີ່ຕິດພັນກັບການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະ ການເຊົ່າ ແລະ ສຳປະທານທີ່ດິນ ເປັນຕົ້ນ ໄດ້ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍທີ່ດິນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ກົດໝາຍວ່າດ້ວຍການໄຟຟ້າ ກົດໝາຍວ່າດ້ວຍກະສິກຳ ແລະ ປ່າໄມ້ ໄປຄຽງຄູ່ກັນນີ້ ລັດຖະບານຍັງໄດ້ອອກນິຕິກຳໃຕ້ກົດໝາຍ ເພື່ອຈັດຕັ້ງຜັນຂະຫຍາຍບັນດາກົດໝາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດອັນພົ້ນເດັ່ນ ລັດຖະບານໄດ້ສຳເລັດການສ້າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ໄປຄຽງຄູກັບການປັບປຸງບັນດາກົດໝາຍທີ່ກ່ຽວຂ້ອງ ພ້ອມນັ້ນ ລັດຖະບານຍັງໄດ້ປັບປຸງລະບົບການຈັດຕັ້ງຄຸ້ມຄອງທີ່ດິນ ລວມ ທັງການແບ່ງປັນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ໂດຍການກຳນົດສິດ ຂອບເຂດ ແລະ ໜ້າທີ່ໃນການຄຸ້ມຄອງທີ່ດິນແຕ່ລະຂັ້ນໃຫ້ຈະແຈ້ງ ແທດເໝາະກັບສະພາບເສດຖະກິດໃນແຕ່ລະໄລຍະ ເຊິ່ງເປັນເຄື່ອງມືໃຫ້ແກ່ສູນກາງ ແລະ ທ້ອງຖິ່ນ ນຳໃຊ້ເຂົ້າໃນການຄຸ້ມຄອງສິດ-ຄຸ້ມຄອງສັງຄົມ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ລັດຖະບານໄດ້ອະນຸ ຍາດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດສຳປະທານທີ່ດິນຂອງລັດ 1.758 ໂຄງການ ກວມເນື້ອທີ່ 11.754.417 ເຮັກຕາ (ແຕ່ເນື້ອທີ່ນຳໃຊ້ຕົວຈິງແມ່ນ 549.248 ເຮັກຕາ) ໃນນັ້ນ ເປັນໂຄງການເຊົ່າທີ່ດິນ 173 ໂຄງ ການ ສຳປະທານທີ່ດິນ 1.569 ໂຄງການ ແລະ ສັນຍາຜະລິດແບບມີສ່ວນຮ່ວມກັບປະຊາຊົນ 16 ໂຄງການ ໃນນັ້ນ ສູນກາງອະນຸມັດ 427 ໂຄງການ ແຂວງອະນຸມັດ 956 ໂຄງການ ເມືອງອະນຸມັດ 185 ໂຄງການ ບ້ານອະນຸມັດ 2 ໂຄງການ ເຊິ່ງກວມເອົາ 4 ຂະແໜງການ ຄື: ຂະແໜງກະສິກຳ 449 ໂຄງການ ຂະແໜງປ່າໄມ້ 328 ໂຄງການ ຂະ ແໜງບໍ່ແຮ່ອະນຸຍາດໃຫ້ຂຸດຄົ້ນບໍ່ແຮ່ 622 ໂຄງການ ແລະ ອະນຸຍາດໃຫ້ຊອກຄົ້ນສຳຫຼວດແຮ່ທາດ 237 ໂຄງການ ແລະ ຂະແໜງໄຟຟ້າ 122 ໂຄງການ.
ພາຍຫຼັງສຳເລັດຂຶ້ນລາຍງານບັນດາ ສສຊ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃນຫຼາຍບັນຫາ ເຊິ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບຕໍ່ບົດລາຍງານດັ່ງກ່າວ ແຕ່ຍັງມີບາງບັນຫາທີ່ ສສຊ ສະເໜີໃຫ້ລັດຖະບານສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນ ໃຫ້ລັດຖະບານຄົ້ນຄວ້າປັບປຸງລະບຽບການທີ່ພົວພັນເຖິງການໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດໃຫ້ຮັດກຸມກວ່າເກົ່າ ການອະນຸຍາດໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດ ຕ້ອງໃຫ້ສອດຄ່ອງກັບແຜນແມ່ບົດ ຈັດສັນນຳໃຊ້ທີ່ດິນ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ທ້ອງຖິ່ນ ໃນແຕ່ລະໄລຍະດຳເນີນການຕິດຕາມກວດກາ ແລະ ປະເມີນຜົນການນຳໃຊ້ທີ່ດິນໃນບັນດາໂຄງການລົງທຶນຕ່າງໆໃນຂອບເຂດທົ່ວປະເທດ ພ້ອມທັງມີມາດຕະການແກ້ໄຂຢ່າງເດັດຂາດຕໍ່ຜູ້ລະເມີດສັນຍາກົດໝາຍລະບຽບການ ແລະ ບໍ່ປະຕິບັດຕາມສັນຍາຢ່າງເຄັ່ງຂັດ.