ວັນເສົາ ທີ 14 ທັນວາ 2019 20:12:08
ສະມາຄົມເຟີນີເຈີລາວ (ສຟລ) ຈະຈັດງານວາງສະແດງຜະລິດຕະພັນສິນ ເຟີນີເຈີໄມ້ລາວ ຄັ້ງທີ 6 ຂຶ້ນຍິ່ງໃຫຍ່ ແຕ່ວັນທີ 11-19 ມັງກອນ 2020 ຢູ່ສູນການຄ້າ ລາວ-ໄອເຕັກ ໂດຍໄດ້ເຊີນຊວນບັນດາຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງ ປະເທດ ຈັບຈອງຫ້ອງວາງສະແດງ ເພື່ອນຳສິນຄ້າມາວາງສະແດງ ແລະ ຈຳໜ່າຍ ໃຫ້ມີບັນຍາກາດຄຶກຄັກກວ່າຄັ້ງຜ່ານມາ.
ທ່ານ ກອງມາລາ ພົມມາໄລ ຮອງປະທານ ສຟລ ຜູ້ຊີ້ນຳການຈັດງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວ ຄັ້ງທີ 6 ໃຫ້ສຳພາດວ່າ: ການຈັດງານຄັ້ງນີ້ ຄາດວ່າຈະມີຫົວໜ່ວຍທຸລະກິດດ້ານເຟີນີເຈີພາຍໃນ ແລະ ຕ່າງປະເທດ ນຳສິນຄ້າມາຮ່ວມວາງສະແດງບໍ່ຫຼຸດ 80 ຫົວໜ່ວຍ ມູນຄ່າສິນຄ້າປະມານ 12 ຕື້ກວ່າກີບ ແລະ ຄາດວ່າຈະມີຜູ້ເຂົ້າຊົມຫຼາຍກວ່າ 150.000 ຄົນ ເພື່ອປະຕິບັດຕາມນະໂຍບາຍໃນການສົ່ງເສີມການຜະລິດເຄື່ອງເຟີນີເຈີໄມ້ລາວ ທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະ ຈຳໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດ ກ້າວເຂົ້າສູ່ການສ້າງຕາໜ່າງການວາງສະແດງ-ຂາຍສິນຄ້າເຟີນີເຈີກັບພາກພື້ນ ແລະ ສາກົນ ໃນອະນາຄົດ.
ເພື່ອຜັນຂະຫຍາຍເນື້ອໃນຂອງແຈ້ງການຄຳສັ່ງ ເລກທີ 15/ນຍ ໃຫ້ປາກົດຜົນເປັນຈິງ ເປັນການອະນຸຮັກປ່າໄມ້ ນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບຈາກໄມ້ ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼວງຫຼາຍຜະລິດຕະພັນ ຕາມທີ່ລູກຄ້າຕ້ອງການ ໃນປັດຈຸບັນ ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ທັງເປັນການສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນເຟີນີເຈີໄມ້ລາວ ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງ ກົງກັບຄວາມຕ້ອງການຂອງຕະຫຼາດ ແລະ ສາມາດສົ່ງອອກຕ່າງປະເທດໄດ້ ເພື່ອສ້າງວຽກເຮັດງານທຳ ໃຫ້ປະຊາຊົນບັນດາເຜົ່າ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກໃນອະນາຄົດ ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ສີໄມ້ລາຍມືຂອງຄົນລາວ ແລະ ຫົວໜ່ວຍທຸລະກິດເຟີນີເຈີໄມ້ລາວໃຫ້ຂະຫຍາຍຕົວ ສາມາດແຂ່ງຂັນກັບຕະຫຼາດພາກພື້ນ ແລະ ສາກົນ ໄດ້ໃນອະນາຄົດ.
ພາຍໃນງານຄັ້ງນີ້ ນອກຈາກຈະໄດ້ພົບກັບຄວາມສວຍງາມຂອງສິນຄ້າເຟີນີເຈີທີ່ຫຼວງຫຼາຍແລ້ວ ຍັງຈະມີກິດຈະກຳອື່ນໆທີ່ໜ້າສົນໃຈຕະຫຼອດງານ ເປັນຕົ້ນ ການສາທິດການຜະລິດເຄື່ອງເຟີນີເຈີໄມ້ ແລະ ແກະສະຫຼັກໄມ້ ສຳມະນາ/ເຝິກອົບຮົມ ຈັບສະຫຼາກມອບໂຊກ (ເຄື່ອງເຟີນີເຈີ) ແຂ່ງຂັນສິລະປະ ແລະ ກິດຈະກຳອື່ນໆອີກ ເຊິ່ງຫົວໜ່ວຍທຸລະກິດທີ່ສົນໃຈເຂົ້າຮ່ວມງານ ສາມາດສອບຖາມໄດ້ທີ່ເບີໂທລະສັບ 021 720 454.