ວັນເສົາ ທີ 14 ທັນວາ 2019 21:09:18
ທ່ານ ສີສະຫຼຽວ ສະແຫວງສຶກສາ ປະທານກິດຕິມະສັກ ໂຮງງານຜະລິດລິບລາວ ຈຳກັດ ແລະ ທ່ານ ພູວົງ ສີຫາປັນຍາ ຜູ້ຈັດການໂຮງງານຜະລິດລິບລາວ ຈຳກັດ ນຳເສື້ອກັນໜາວ 80 ໂຕ ແລະ ເສື້ອຂາວ 2 ໂຕ ມູນຄ່າ 3 ລ້ານກວ່າກີບ ມອບໃຫ້ນັກຮຽນໂຮງຮຽນປະຖົມສົມບູນ ບ້ານໂນນແສງຈັນ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ ວັນທີ 19 ພະຈິກ 2019 ຢູ່ໂຮງຮຽນດັ່ງກ່າວ ເຊິ່ງຮັບໂດຍທ່ານນາງ ສາຍທອງ ໄຂແສງ ຜູ້ອຳນວຍການໂຮງຮຽນປະຖົມສົມບູນ ບ້ານໂນນແສງຈັນ ໂດຍມີທ່ານ ສອນແພງ ພຸດທິຫົງ ນາຍບ້ານໂນນແສງຈັນ ແລະ ອົງການຈັດຕັ້ງບ້ານທຸກພາກສ່ວນ ເຂົ້າຮ່ວມ.
ທ່ານ ສີສະຫຼຽວ ສະແຫວງສຶກສາ ກ່າວວ່າ: ໂຮງງານຜະລິດລິບລາວ ຈຳກັດ ສ້າງຕັ້ງວັນທີ 9 ມິຖຸນາ 2019 ຢູ່ບ້ານໂນນແສງຈັນ ທຳການຜະລິດມາໄດ້ບໍ່ດົນ ແລະ ບໍ່ທັນມີກຳໄລ ແຕ່ຍ້ອນຄວາມເປັນຫ່ວງເປັນໄຍ ແລະ ລະດູໜາວກໍມາຮອດແລ້ວ ຈຶ່ງໄດ້ຕົກລົງຊື້ເສື້ອກັນໜາວ ແລະ ເສື້ອຂາວຈຳນວນດັ່ງກ່າວ ມາມອບໃຫ້ນັກຮຽນໂຮງຮຽນນີ້ ເພື່ອຕອບບຸນແທນຄຸນອຳນາດການປົກຄອງບ້ານທີ່ໂຮງງານຕັ້ງຢູ່ ທັງເປັນການຊຸກຍູ້ດ້ານການສຶກສາ ແລະ ສ້າງໂອກາດໃຫ້ເຂົາເຈົ້າຕັ້ງໃຈຮ່ຳຮຽນ ກາຍເປັນຄົນດີຂອງຊາດໃນອະນາຄົດ ນອກນີ້ພວກເຮົາຍັງມີແຜນຈະຊ່ວຍຕິດເພດານ ສ້ອມແປງຫ້ອງການ ຫ້ອງອາຫານຂອງຄູ ໂຕະ-ຕັ່ງ ແລະ ອື່ນໆເທົ່າທີ່ຈະຊ່ວຍໄດ້.
ທ່ານນາງ ສາຍທອງ ໄຂແສງ ກ່າວວ່າ: ປັດຈຸບັນໂຮງຮຽນປະຖົມສົມບູນ ບ້ານໂນນແສງຈັນ ມີນັກຮຽນ 80 ຄົນ ຍິງ 37 ຄົນ ໃນນີ້ ມີນັກຮຽນທີ່ທຸກຍາກ 2 ຄົນ ສະພາບ ການຮຽນ-ການສອນ ຍັງມີຄວາມຫຍຸ້ງຍາກສົມຄວນ ເປັນຕົ້ນ ໂຕະ-ຕັ່ງບໍ່ພຽງພໍ ຂາດເພດານ ພັດລົມ ນອກນີ້ ຍັງຂາດປຶ້ມແບບຮຽນ ໂດຍສະເພາະ ປຶ້ມແບບຮຽນພາສາລາວ ແລະ ຄະນິດສາດ.