ວັນຈັນ ທີ 9 ທັນວາ 2019 09:08:50
ແກຣນສະປອດ ຜູ້ຜະລິດ ແລະ ຈຳໜ່າຍເສື້ອຜ້າກີລາ ແລະ ອຸປະກອນກີລາ ອັນດັບຕົ້ນໆຂອງອາຊຽນ ໄດ້ລົງນາມເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນການອອກແບບຜະລິດຕະພັນຊຸດແຂ່ງຂັນ ຊຸດເຝິກຊ້ອມ ຊຸດເດີນທາງ ແລະ ໝາກບານ ໃຫ້ກັບນັກກີລາ ແລະ ຄະນະຮັບຜິດຊອບ ລວມໄປເຖິງບັນດາເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງກັບການແຂ່ງ ຂັນໃນນາມ ສຕລ ຕັ້ງແຕ່ປີ 2019-2022.
ທ່ານ ວີເພັດ ວີຫາຈັກ ປະທານ ສຕລ ໄດ້ກ່າວວ່າ: ສຕລ ຂໍສະແດງຄວາມຂອບໃຈມາຍັງແກຣນສະປອດ ທີ່ໄດ້ໃຫ້ການສະໜັບສະໜູນ ສຕລ ໃນວາລະ 4 ປີ ຕັ້ງແຕ່ປີ 2019-2022 ແກຣນສະປອດ ເປັນແບຣນທີ່ໄດ້ຮັບການຍອມຮັບໃນລະດັບນາໆຊາດວ່າເປັນສິນຄ້າທີ່ມີຄວາມໂດດເດັ່ນ ທັງໃນດ້ານຄວາມສວຍງາມ ແລະ ຄຸນນະພາບ ໂດຍທາງ ສຕລ ໄດ້ຮ່ວມກັບ ແກຣນສະປອດ ໃນການອອກແບບ ແລະ ພັດທະນາຊຸດແຂ່ງຂັນທີມຊາດລາວໃຫ້ມີລວດລາຍສະເພາະ ເຊິ່ງຜົນງານອອກມາມີຄວາມສວຍງາມ ແລະ ຄຸນນະພາບດີເລີດຕາມມາດຕະຖານຂອງແກຣນສະປອດ.
ທ່ານ ທາຣາ ພົນສະອຸ່ມ ຮອງປະທານຜູ້ອຳນວຍການ ບໍລິສັດໃນເຄືອແກຣນສະປອດ ໄດ້ກ່າວວ່າ: ທາງພວກເຮົາມີຄວາມປິຕິຍິນດີ ແລະ ຮູ້ສຶກເປັນກຽດຢ່າງຢິ່ງທີ່ແກຣນສະປອດ ໄດ້ຮັບຄວາມໄວ້ວາງໃຈຈາກ ສຕລ ໃຫ້ເປັນຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ ໃນດ້ານການອອກແບບ ແລະ ຜະລິດຊຸດແຂ່ງຂັນ ສຳລັບໃຊ້ເຂົ້າໃນລາຍການຕ່າງໆທີ່ສຳຄັນໆທັງພາຍໃນ ແລະ ຕ່າງປະເທດ ທີ່ຈະສ້າງປະຫັວດສາດໃຫ້ກັບວົງການບານເຕະລາວ ໂດຍບໍລິສັດໄດ້ເລັງເຫັນເຖິງຄວາມສຳຄັນຂອງການພັດທະນາຊຸດກີລາໃນດ້ານການອອກແບບ ແລະ ການຄັດເລືອກວັດຖຸດິບ ເພື່ອສົ່ງເສີມຂີດຄວາມສາມາດຂອງນັກກີລາໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງສຸດໃນການແຂ່ງຂັນ.
ສຳລັບຊຸດແຂ່ງຂັນກີລາບານເຕະຂອງທີມຊາດລາວ ຊຸດໃໝ່ ປີ 2020 ແມ່ນໄດ້ຮັບແຮງບັນດານໃຈມາຈາກລາຍຜ້າໄໝພື້ນເມືອງລາວ ເຊິ່ງເປັນສ່ວນໜຶ່ງຂອງມໍລະດົກທາງວັດທະນະທຳຂອງຊາດລາວ ເຊິ່ງໄດ້ປັບແປງໃຫ້ກາຍເປັນກຣາຟິກທີ່ທັນສະໄໝ ແລະ ໂດດເດັ່ນ ຊຸດແຂ່ງຂັນແມ່ນມີ 2 ສີຄື: ສີແດງ ແລະ ສີຂາວ ເຊິ່ງເປັນສີຂອງທຸງຊາດລາວ ເຊິ່ງເປັນສັນຍາລັກໜຶ່ງທີ່ບົ່ງບອກເຖິງຄວາມເປັນຊາດ ຄວາມພູມໃຈ ແລະ ຄວາມສາມັກຄີອັນເປັນຈິດໜຶ່ງໃຈດຽວກັນຂອງຄົນລາວ.