ວັນຈັນ ທີ 9 ທັນວາ 2019 10:12:58
ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມກັບກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ ສານ (ປທສ) ແລະ ທະນາຄານໂລກ ຈັດກອງປະຊຸມປຶກສາຫາລື ໂອກາດດີຈິຕອນສຳລັບອະນາຄົດຂອງລາວ ຂຶ້ນວັນທີ 28 ພະຈິກ 2019 ຢູ່ໂຮງແຮມດອນຈັນພາເລດ ພາຍໃຕ້ຫົວຂໍ້ “ໂອກາດດີຈິຕອນເພື່ອເພີ່ມການແຂ່ງຂັນໃນອະນາຄົດ” ໂດຍເປັນປະທານຂອງທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງ ຜທ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງ ປທສ ມີຜູ້ຕາງໜ້າຈາກທະນາຄານໂລກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ທອງໃສ ຊານໄຊຍະ ກ່າວວ່າ: ປັດຈຸບັນ ການຫັນເປັນດີຈິຕອນໄດ້ເປັນຂະບວນຢ່າງຟົດຟື້ນທຸກຂະ ແໜງການ ເປັນຕົ້ນ ເຕັກໂນໂລຊີການສື່ສານແບບ 5G ແລະ ການເຊື່ອມຕໍ່ກັບລະບົບຄອມພິວເຕີ ຖືກນຳໃຊ້ໂດຍຜູ້ໃຫ້ບໍລິການແອັບພລີເຄຊັນ ອົງການນ້ອຍ-ໃຫຍ່ທັງພາກລັດ ແລະ ເອກະຊົນ ເນື່ອງຈາກສາມາດປະຢັດ ແລະ ສະດວກໃນການບໍລິຫານຈັດການໄປຍັງການນຳໃຊ້ຂໍ້ມູນໃນນະວັດຕະກຳອື່ນ ເຊັ່ນ: ລະບົບຂໍ້ມູນໃຫຍ່ ການຈະເຮັດໃຫ້ດີຈິຕອນ ສາມາດຈັດຫາກາລະໂອກາດໃຫ້ການເສີມຂະຫຍາຍຄວາມສາມາດ ຂອງການແຂ່ງຂັນໃນທຸກຂະ ແໜງການຂອງສັງຄົມໄດ້ ຕ້ອງໄດ້ຈັດຫາກາລະໂອກາດໃຫ້ມີຄວາມສາມາດຂອງການແຂ່ງຂັນດ້ານດີຈິຕອນຢູ່ ສປປ ລາວ ສະແດງອອກການເປີດກວ້າງຕະຫຼາດ ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ການຊຸກ ຍູ້ການກຳເນີດ ແລະ ຂະຫຍາຍຕົວຂອງຜູ້ປະກອບການພາຍໃນປະເທດ ໂດຍສະເພາະ ສະຕາດອັບ ພ້ອມນີ້ ກໍພະຍາຍາມປັບປຸງສະພາບແວດລ້ອມຂອງການແຂ່ງຂັນ ບົນພຶ້ນຖານຄວາມສະເໝີພາບ ແລະ ເປັນທຳ ຮັບປະ ກັນຜົນປະໂຫຍດຂອງປະເທດຊາດ ແລະ ປົກປ້ອງສິດຂອງຜູ້ຊົມໃຊ້.
ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ: ຈຸດປະສົງເພື່ອສົນທະນາກ່ຽວກັບເສດຖະກິດ ດີຈິຕອນ ຄວາມສຳຄັນຂອງດີຈີຕອນຕໍ່ການເຕີບໂຕດ້ານເສດຖະກິດ ແລະ ວິທີການຕ່າງໆ ເພື່ອຮັບປະກັນວ່າ ປະຊາຊົນຈຳນວນຫຼາຍກວ່າເກົ່າ ສາມາດຮັບຜົນປະໂຫຍດຈາກການພັດທະນາດ້ານນີ້ໃນທົ່ວປະເທດ ໃນນີ້ ຜູ້ເຂົ້າຮ່ວມຈະໄດ້ສົນທະນາກ່ຽວກັບສິ່ງທ້າທາຍສຳຄັນຕ່າງໆ ດ້ານດີຈິຕອນພາຍໃນປະເທດ ລວມທັງເປົ້າໝາຍການຊົມໃຊ້ອິນເຕີເນັດທີ່ຍັງຊ້າຢູ່ ແລະ ຄວາມໄວສູງທີ່ຍັງບໍ່ທັນຄົງທີ່ ແລະ ຄວາມສາມາດໃນການຈ່າຍຄ່າບໍລິການ ສຸມໃສ່ຄວາມສຳຄັນຂອງການປັບປຸງດ້ານນິຕິກຳສຳລັບການຊຳລະທາງດີຈິຕອນ ລາຍເຊັນເອເລັກໂຕຣນິກ ຄວາມປອດໄພຂອງຂໍ້ມູນ ແລະ ການປົກປ້ອງຜູ້ຊົມໃຊ້ ເພື່ອສ້າງຄວາມໝັ້ນໃຈໃນການເຮັດທຸລະກຳທາງອອນລາຍ ແລະ ບັນຫາສຳຄັນອື່ນໆ ທີ່ຈະຍົກຂຶ້ນມາສົນທະນາ ເພື່ອເປັນບ່ອນອີງໃນການວາງແຜນພັດທະນາໃນອະນາຄົດ.