ວັນຈັນ ທີ 9 ທັນວາ 2019 09:50:30
ພິທີມອບ-ຮັບໂຄງການກໍ່ສ້າງເດີ່ນ ເສັ້ນທາງເບຕົງ ທາງປູຢາງ ແລະ ສວນດອກໄມ້ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 29 ພະຈິກ 2019 ຢູ່ກອງບັນຊາການດັ່ງກ່າວ ໂດຍມີທ່ານ ພົຈວ ສີພອນ ຈັນສົມວົງ ຫົວໜ້າກອງບັນຊາການທະຫານ ນວ ທ່ານ ພັອ ຫງວຽນ ດິງລີວ ຮອງຜູ້ບັນຊາການ ກອງບັນຊາການທະຫານ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ທ່ານ ພົຈວ ຮາ ເຕີນຕ່ຽນ ຮອງຫົວໜ້າກອງບັນຊາການທະຫານ ເຂດ 4 ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັທ ມອນຕາ ວັນເລືອງສອນ ຄະນະຮັບຜິດຊອບໂຄງການກໍ່ສ້າງເດີ່ນ ເສັ້ນທາງເບຕົງ ທາງປູ ຢາງ ແລະ ສວນດອກໄມ້ ກອງບັນຊາການທະຫານ ນວ ກ່າວວ່າ: ກອງບັນຊາການທະຫານ ນວ ແລະ ກອງບັນຊາການທະຫານ ນະຄອນຫຼວງຮ່າໂນ້ຍ ໄດ້ຕົກລົງແຮກສ່ຽວນຳກັນ ວັນທີ 7 ມິຖຸນາ 2015 ແລະ ໄດ້ມີການພົວພັນກັນນັບມື້ໜັກແໜ້ນ ໄລຍະຜ່ານມາອົງການປົກຄອງ ນະຄອນຫຼວງຮ່າໂນ້ຍ ໄດ້ຊ່ວຍເຫຼືອກອງບັນຊາການທະຫານ ນວ ໂດຍຜ່ານກອງບັນຊາການທະຫານ ນະຄອນຫຼວງຮ່າໂນ້ຍ ເປັນເງິນ ວັດຖຸອຸປະກອນ ແລະ ໂຄງການກໍ່ສ້າງຫໍສະໝຸດ-ຫໍມູນເຊື້ອ ມູນຄ່າ 8 ຕື້ດົງ ຫຼື ປະມານ 3,04 ຕື້ກີບ ເພື່ອສືບຕໍ່ຊ່ວຍເຫຼືອກອງບັນຊາການທະຫານ ນວ ກອງບັນຊາການທະຫານ ນະຄອນຫຼວງຮ່າໂນ້ຍ ໄດ້ນຳສະເໜີອົງການປົກຄອງ ນະຄອນຫຼວງຮ່າໂນ້ຍ ໃຫ້ທຶນຊ່ວຍເຫຼືອກໍ່ສ້າງເດີ່ນ ເສັ້ນທາງເບຕົງ ທາງປູຢາງ ແລະ ສວນດອກໄມ້ ກອງບັນຊາການທະຫານ ນວ ມູນຄ່າ 12 ຕື້ດົງ ຫຼື ປະມານ 4,57 ຕື້ກີບ ແລະ ປີ 2019 ຍັງໄດ້ຮັບການຊ່ວຍເຫຼືອ ຈາກກອງບັນຊາການທະຫານ ເຂດ 4 ສສ ຫວຽດນາມ ເພື່ອກໍ່ສ້າງກັນເຈື່ອນ ມູນຄ່າ 148 ລ້ານດົງ ຫຼື ປະມານ 56,4 ລ້ານກີບ ແລະ ໄດ້ຕົກລົງເອົາບໍລິສັດ ໂກເອໂກ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຂອງກອງບັນຊາການທະຫານ ເຂດ 4 ສສ ຫວຽດນາມ ເປັນຜູ້ຮັບເໝົາ.
ໂຄງການກໍ່ສ້າງເດີ່ນ ເສັ້ນທາງເບຕົງ ທາງປູຢາງ ແລະ ສວນດອກໄມ້ ກອງບັນຊາການທະຫານ ນວ ໄດ້ວາງສີລາລຶກເລີ່ມກໍ່ສ້າງ ວັນທີ 4 ກໍລະກົດ ແລະ ມອບ-ຮັບ ວັນທີ 29 ພະຈິກ 2019 ເຊິ່ງບໍລິສັດຮັບເໝົາໄດ້ເອົາໃຈໃສ່ປະຕິບັດຕາມສັນຍາ ກໍຄື ເຕັກນິກການກໍ່ສ້າງ ແລະ ວັດສະດຸຕ່າງໆຖືກຕ້ອງຕາມກຳນົດ ແລະ ຮັບປະກັນຄຸນນະພາບ ຜົນສຳເລັດຂອງໂຄງການນີ້ຍ້ອນອົງການ ແລະ ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນ ຄະນະພັກ-ຄະນະນຳກອງບັນຊາການທະຫານ ນວ ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ຄະນະຮັບຜິດຊອບໂຄງການໄດ້ຕິດຕາມ ແລະ ແກ້ໄຂບັນຫາຢ່າງເໝາະສົມ ຈຶ່ງເຮັດໃຫ້ໂຄງການນີ້ສຳເລັດຕາມເປົ້າໝາຍ ເຊິ່ງໄດ້ປະກອບສ່ວນໃນການກໍ່ສ້າງພື້ນຖານໂຄງລ່າງຂອງກອງບັນຊາການທະຫານ ນວ ແລະ ເປັນຂອງຂວັນຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ ວັນສ້າງຕັ້ງກອງທັບ ຄົບຮອບ 71 ປີ ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກອງບັນຊາການທະ ຫານ ນວ ທີ່ຈະໄຂຂຶ້ນໃນປີ 2020.